ຮອງຜູ້ວ່າ ທຫລ ເຜີຍຂະແໜງທະນາຄານ ມີນະໂຍບາຍຊຳລະຕົ້ນທຶນ ແລະ ດອກເບ້ຍແກ່ຜູ້ໄດ້ຮັບຜົນກະທົບຈາກໂຄວິດ

1280

ໃນວັນທີ 8 ພຶດສະພາ 2001 ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າໜ່ວຍງານນະໂຍບາຍດ້ານເງິນຕາ ໄດ້ອອກຖະແຫຼງຂ່າວ ກ່ຽວກັບບັນດານະໂຍບາຍຂອງຂະແໜງທະນາຄານ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດໂຄວິດ-19 ຮ່ວມກັບ ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ທີ່ກະຊວງສາທາລະນະສຸກ.


ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າໜ່ວຍງານນະໂຍບາຍດ້ານເງິນຕາ ໄດ້ກ່າວວ່າ: ໂດຍຈະສືບຕໍ່ບັນດານະໂຍບາຍດ້ານເງິນຕາດັ່ງທີ່ໄດ້ປະຕິບັດຜ່ານມາ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19ຜ່ານການຈັ ດຕັ້ງປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອໃນໄລຍະຜ່ານມາ ຮອດເດືອນ ມີນາ 2021 ເຫັນວ່າ: ທະນາຄານທຸລະກິດ ໄດ້ມີການປະຕິບັດນະໂຍບາຍສິນເຊື່ອ ໃຫ້ແກ່ລູກຄ້າທັງໝົດ 4.846 ລາຍ ລວມມູນຄ່າ 9.565,24 ຕື້ກີບ, ສຳລັບເບື້ອງ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ໄດ້ມີການປະຕິບັດນະໂຍບາຍສິນເຊື່ອ ໃຫ້ແກ່ລູກຄ້າທັງໝົດ 454.163 ລາຍ ລວມມູນຄ່າ 263,63 ຕື້ກີບ ນະໂຍບາຍສິນເຊື່ອທີ່ທະນາຄານ ແລະ ສະຖາບັນການເງິນປະຕິບັດ ສ່ວນໃຫຍ່ແມ່ນນະໂຍບາຍການປັບຫຼຸດອັດຕາດອກເບ້ຍ, ຮອງລົງມາແມ່ນນະໂຍບາຍເລື່ອນຊຳລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ , ປະຕິບັດນະໂຍບາຍປ່ອຍກູ້ໃໝ່ ເພື່ອຟື້ນຟູການຜະລິດ ຫຼື ທຸລະກິດ, ນະໂຍບາຍປັບຫຼຸດຄ່າທຳນຽມ ແລະ ນະໂຍບາຍອື່ນໆ.


ການສະຫນອງສິນເຊື່ອໃຫມ່ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບພາຍໃຕ້ໂຄງການສິນເຊື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຕາມຂໍ້ຕົກລົງເລກທີ 318/ທຫລ ແມ່ນໄດ້ມີການສະໜອງເງິນກູ້ ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບ ຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການທັງໝົດ 1.652,57 ຕື້ກີບ ຈຳນວນ ລູກຄ້າ 477 ລາຍ ແລະ ຖອນນຳໃຊ້ແລ້ວ 1.359,44 ຕື້ກີບ. ສຳລັບການສະຫນອງສິນເຊື່ອໃຫ້ແກ່ ວນກ ໂດຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນໄດ້ປ່ອຍກູ້ແລ້ວ ປະມານ 165,06 ຕື້ກີບ (ມີຈໍານວນ 116 ຫົວໜ່ວຍ ວນກ, ມີ 143 ສັນຍາເງິນກູ້ ມາຈາກ 14 ແຂວງ).


ທ່ານກ່າວຕື່ມວ່າ: ຕໍ່ກັບສະພາບການລະບາດຂອງພະຍາດ ໂຄວິດ-19 ໃນປະຈຸບັນ, ທຫລ ຈະສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການທີ່ ທຫລ ໄດ້ປະຕິບັດຜ່ານມາຂ້າງເທິງນັ້ນ ໃນການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ ໂດຍສະເພາະສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກ ໂຄວິດ-19 ຕາມຂໍ້ຕົກລົງສະບັບເລກທີ 238/ທຫລ ລົງວັນທີ 26 ມີນາ 2020 ໂດຍການອອກແຈ້ງການເພີ່ມເຕີມໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເພີ່ມທະວີການປະຕິບັດນະໂຍບາຍສິນເຊື່ອແກ້ໄຂຜົນກະທົບ ຕາມຂໍ້ຕົກລົງດັ່ງກ່າວ ໃຫ້ວ່ອງໄວ, ທັນສະພາບການ ແລະ ທົ່ວເຖິງ ຕາມສະພາບເງື່ອນໄຂຂອງລູກຄ້າທີ່ໄດ້ຮັບຜົນກະທົບຕົວຈິງ; ສືບຕໍ່ດຳເນີນໂຄງການສິນເຊື່ອເພື່ອສະໜອງເງິນກູ້ໃໝ່ໃຫ້ແກ່ບຸກຄົນ, ຈຸນລະວິສາຫະກິດ ແລະ ວນກ ທີ່ໄດ້ຮັບຜົນກະທົບ ຜ່ານທະນາຄານທຸລະກິດ ທີ່ເຂົ້າຮ່ວມໂຄງການ ຈຳນວນ 10 ທະນາຄານ ໄດ້ແກ່: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານລາວຈີນ ຈຳກັດ, ທະນາຄານຮ່ວມພັດທະນາ, ທະນາຄານມາຣູຮານເຈແປນລາວ ຈຳກັດ, ທະນາຄານບີໄອຊີລາວ ຈຳກັດ, ທະນາຄານເອັສທີ ຈຳກັດ, ທະນາຄານພັດທະນາລາວ, ທະນາຄານອາເຮັສບີ ລາວ ຈຳກັດ, ທະນາຄານໄຊງ່ອນເທືອງຕົ້ນ ຈຳກັດ, ທະນາຄານຫວຽດຕິນ ລາວ ຈຳກັດ, ທະນາຄານແຄນາເດຍ ລາວ ຈຳກັດ, ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈໍາລາວ ຈຳກັດ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ, ທະນາຄານກະສິກອນໄທ ຈຳກັດ ແລະ ທະນາຄານສົ່ງເສີມກະສິກຳ; ແລະ ຈັດຕັ້ງປະຕິບັດໂຄງການສິນເຊື່ອ ເພື່ອກະຕຸ້ນເສດຖະກິດຂອງ ສປປ ລາວ ໄດ້ແກ່: ນະໂຍບາຍສິນເຊື່ອສົ່ງເສີມການຜະລິດໄຟຟ້າ ເພື່ອການສົ່ງອອກ, ສິນເຊື່ອເພື່ອສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ສິນເຊື່ອ ເພື່ອຊຸກຍູ້ການຜະລິດກະສິກໍາເປັນ ສິນຄ້າສົ່ງອອກ.


ລູກຄ້າທີ່ມີເງື່ອນໄຂໄດ້ຮັບນະໂຍບາຍສິນເຊື່ອດັ່ງກ່າວແມ່ນໝາຍເຖິງ : 1) ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງ ຫຼື ດຳເນີນກິດຈະການ ທີ່ຕ້ອງຢຸດເຊົາກິດຈະການທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ເນື່ອງຈາກການປະຕິບັດມາດຕະການປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ; 2) ຜູ້ປະກອບອາຊີບອິດສະຫຼະ ທີ່ບໍ່ສາມາດປະກອບອາຊີບຂອງຕົນໄດ້ຕາມປົກກະຕິ ລວມທັງຜູ້ທີ່ໄດ້ຮັບຜົນກະທົບທາງອ້ອມ. ຂັ້ນຕອນໃນການຂໍຮັບນະໂຍບາຍຜ່ອນຜັນ ແມ່ນລູກຄ້າຕ້ອງ : 1) ຂຽນໜັງສືສະເໜີເຖິງ ທະນາຄານ ຫຼື ສະຖາບັນການເງິນ ທີ່ເປັນເຈົ້າໜີ້ຂອງຕົນເພື່ອຂໍນະໂຍບາຍ; 2) ປະກອບເອກະສານຢັ້ງຢືນ ຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ສຳລັບວິສາຫະກິດ ຫຼື ອຳນາດການປົກຄອງບ້ານ ສຳລັບບຸກຄົນທີ່ປະກອບອາຊີບອິດສະຫຼະ; 3) ປະກອບເອກະສານອື່ນໆ ທີ່ກ່ຽວຂ້ອງ; ສຳລັບທະນາຄານ ແລະ ສະຖາບັນການເງິນ ທີ່ໄດ້ຮັບການສະເໜີຈາກລູກຄ້າຂອງຕົນ ຈະດຳເນີນການສຳຫຼວດ, ເກັບກຳຂໍ້ມູນໃຫ້ລະອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອຕາມຄວາມເໝາະສົມ.