ຢູຟາ ລົງໂທດ 9 ສະໂມສອນຊັ້ນນໍາຂອງໂລກຈາກກໍລະນີຈັດຕັ້ງບານເຕະ ຊູເປີລີກ

627

ສະຫະພັນບານເຕະເອີຣົບ ( ຢູຟາ ) ປະກາດຢືນຢັນຢ່າງເປັນທາງການເມື່ອວັນທີ 7 ພຶດສະພາ 2021 ໄດ້ລົງຖືກປັບໄໝເງິນຈາກ 9 ສະໂມສອນ ( ຈາກທັງໝົດ 12 ສະໂມສອນ ) ທີ່ກໍ່ຕັ້ງບານເຕະ ຢູໂຣປ້ຽນ ຊູເປີລີກ ເມື່ອກາງເດືອນເມສາ ເປັນທີ່ຮຽບຮ້ອຍ.

ໂດຍ 9 ສະໂມສອນດັ່ງກ່າວປະກອບມີ: ເອຊີ ມິລານ, ອິນເຕີ ມິລານ, ແອັດເລຕິໂກ ມາດຣິດ, ລິເວີພູລ,ແມນເຊັສເຕີ ຢູໄນເຕັດ, ແມນເຊັສເຕີ ຊິຕີ, ເຊລຊີ, ອາເຊນອລ ແລະ ທ໊ອດແນມ ຮ໊ອດສະເປີ ເຖິງວ່າສະໂມສອນເຫຼົ່ານີ້ຈະຖອນຕົວຈາກລາຍການດັ່ງກ່າວແລ້ວກໍຕາມ.

ຢູຟາ ລະບຸວ່າ: ສະໂມສອນເຫຼົ່ານີ້ໄດ້ຕົກລົງທີ່ຈະຊ່ວຍລະດົມທຶນ 15 ລ້ານເອີໂຣ ເພື່ອນໍາໄປຊ່ວຍເດັກນ້ອຍ ແລະ ເຍົາວະຊົນ ລວມເຖິງການຊ່ວຍວົງການລະດັບພື້ນຖານໃນທະວີບເອີີຣົບ. ນອກຈາກນີ້ ພວກເຮົາຍັງຖືກຫັກ 5% ຈາກລາຍໄດ້ໃນການແຂ່ງຂັນບານເຕະຊີງຂັນສະໂມສອນເອີຣົບເປັນເວລາ 1 ລະດູການອີກ.