ບໍລິສັດ ຊີບີເອຟ ຟາຣມາ ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງໃຊ້ການແພດ ໃຫ້ພະແນກ ສາທາລະນະສຸກແຂວງສາລະວັນ

413

ໃນວັນທີ 7 ກໍລະກົດ 2021 ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງໃຊ້ການແພດ ໃຫ້ພະແນກສາທາລະນະສຸກແຂວງສາລະວັນ ເພື່ອປະກອບສ່ວນໃນວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນປະຈຸບັນ.

ເຄື່ອງທີ່ໍ່ວຍເຫຼືອປະກອບມີ ເຄື່ອງສະແກນອຸນຫະພູມ 20 ອັນ, ສະບູລ້າງມື Dettol 100ml 250ml 500ml ຈໍານວນ 29 ກັບ, ຜ້າອັດປາກ-ອັດດັງ ຈຳນວນ 200ກັບ, ຊົບມືການແພດ 100 ກັບ, ເຫຼົ້າ 70% 200 ກັບ, ເຈວລ້າງມື 246 ກັບ, ໝີ່ກ໋ອງ 20 ແກັດ, ນໍ້າດື່ມ 160 ແກັດ ລວມມູນຄ່າທັງໝົດ 60 ລ້ານກີບ.

ມອບໂດຍ ທ່ານ ສີສະຫງ່າ ສີສະອາດ ຕາງໜ້າໃຫ້ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ, ຮັບໂດຍທ່ານ ດຣ ຄໍາຄ້າຍ ຄໍາສິງສະຫວັດ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນໂອກາດດຽວກັນ ທ່ານ ຮອງຫົວໜ້າພະແນກ ສາທາລະນະສຸກ ກໍ່ໄດ້ມອບໃບຂອບໃຈໃຫ້ທາງບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ເພື່ອການຂອບໃຈ ໃຫ້ບໍລິສັດດັ່ງກ່າວ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃຫ້ທາງພະແນກສາທາລະນະສຸກແຂວງ, ເພາະແຂວງສາລະວັນ ສາລະວັນ ກໍ່ເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິ-19.

ພາບ-ຂ່າວ: ກິນດາວັນ ອ້ວນນາຄູ