ບໍ່ແກ້ວແຈ້ງປິດການສັນຈອນເຂົ້າ-ອອກ 8 ບ້ານເທສະບານ ຈົນກວ່າຈະຄວບຄຸມສະຖານະການໄດ້

1142

ຄະນະສະເພາະກິດເມືອງຫ້ວຍຊາຍ  ແຂວງບໍ່ແກ້ວ ອອກແຈ້ງການສະບັບເລກທີ178/ສພກ,ຫຊ ລົງວັນທີ 7ພຶດສະພາ2021 ໃຫ້ປິດການເຂົ້າອອກ ແລະ ການສັນຈອນໄປມາ 8ບ້ານເທສະບານເມືອງ ແຕ່ວັນທີ7 ພຶດສະພາເປັນຕົ້ນໄປ ເນື່ອງຈາກເປັນພື້ນທີ່ສ່ຽງຈະມີການແຜ່ລະບາດເປັນວົງກວ້າງ.

ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫ້ວຍຊາຍ ຍັງສືບຕໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ແລະ ມີທ່າອ່ຽງທີ່ຈະມີການແຜ່ຂະຫຍາຍເປັນວົງກວ້າງ, ດັ່ງນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເຂັ້ມງວດ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂດວິດ-19 ໃນເມືອງຫ້ວຍຊາຍ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ຄະນະສະເພາະກິດຂັ້ນເມືອງ ຈຶ່ງມີແຈ້ງການໃຫ້ປິດ 8 ບ້ານພື້ນທີ່ສ່ຽງສຸດດັ່ງນີ້:

1, ໃຫ້ປິດການເຂົ້າ-ອອກ ແລະ ການສັນຈອນໄປ-ມາໃນ 8 ບ້ານເທດສະບານ (ບ້ານຫ້ວຍຕາບ, ບ້ານຫ້ວຍມ່ອນ , ບ້ານຫນອງຊາຍ, ບ້ານຂອນແກ້ວ, ບ້ານໃຫຍ່ຫ້ວຍຊາຍເຫນືອ, ບ້ານໃຫຍ່ຫ້ວຍຊາຍໃຕ້, ບ້ານຕົ້ນທາດ ແລະ ບ້ານປ່າ ອ໋ອຍ, ເປັນການຊົ່ວຄາວ ນັບແຕ່ວັນທີ 7 ພຶດສະພາ 2001 ເປັນຕົ້ນໄປ ຈົນກວ່າຈະສາມາດຄວບຄຸມສະຖານນະການໄດ້ ທັງຫມົດ;

  1. ພາກສ່ວນໃດຫາກສົງໄສວ່າ ໄດ້ມີການສໍາພັດໃກ້ສິດກັບກໍລະນີຜູ້ຕິດເຊື້ອ ຈົ່ງໄດ້ມີສະຕິ, ຕື່ນຕົວເຂົ້າພົບແພດຫມໍ ເພື່ອເກັບຕົວຢ່າງໄປວິເຄາະຫາເຊື້ອ ຢ່າງຮີບດ່ວນ, ພ້ອມນັ້ນ ກໍໃຫ້ກັກຕົວເອງເພື່ອຕິດຕາມອາການ ຕາມຄໍາແນະນໍາຂອງ ແພດຫມໍ ແລະ ສະຫນອງຂໍ້ມູນໃຫ້ແກ່ທາງການ ເພື່ອດໍາເນີນການແກ້ໄຂໃຫ້ທ່ວງທັນກັບສະພາບການຕົວຈິງ;
  2. ສໍາລັບບ້ານຕິນທາດ ບັນດາຫ້າງຮ້ານບໍລິການທຸກປະເພດແມ່ນໃຫ້ປິດການບໍລິການຊົ່ວຄາວ ຈົນກວ່າຈະສາມາດຄວບຄຸມສະຖານະການໄວ້ໄດ້ທັງຫມົດ; ສ່ວນບ້ານອື່ນໆທີ່ບໍ່ທັນມີກໍລະນີພົບຜູ້ຕິດເຊື້ອ ແມ່ນໃຫ້ປະຕິບັດມາດ ຕະການປ້ອງກັນຢ່າງເຂັ້ມງວດເຊັ່ນ: ໃຫ້ຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ກີດຂວາງ ເສັ້ນທາງສັນຈອນ, ມີເຈວລ້າງມື ຫຼືສະເປຂ້າເຊື້ອ, ສະຖານທີ່ ຕ້ອງມີຄວາມປອດໂປ່ງ, ສະອາດ, ລາຄາສິນຄ້າຕ້ອງ ປະຕິບັດ ຕາມລາຄາທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງກໍານົດໃຫ້.
  3. ມອບໃຫ້ ອົງການປົກຄອງບ້ານ ແຕ່ລະບ້ານຈັດຕັ້ງກໍາລັງກອງຫຼອນ-ປກສ ບ້ານ ຕັ້ງຈຸດກວດກາຄົນເຂົ້າ-ອອກ ບ້ານຕະຫຼອດ 24 ຊົ່ວໂມງ ເພື່ອຄຸມເຂັ້ມການເຂົ້າ-ອອກຂອງປະຊາຊົນ. ກໍລະນີມີຄວາມຈໍາເປັນ ແມ່ນໃຫ້ອົງການປົກຄອງ ບ້ານອອກຫນັງສືອານຸຍາດໃຫ້, ພ້ອມທັງກໍານົດເວລາໃນການເຄື່ອນໄຫວຢ່າງລະອຽດ, ພ້ອມນັ້ນກໍໃຫ້ຍົກເວັ້ນພະນັກງານ, ທະຫານ-ຕໍາຫຼວດ ທີ່ມີເອກະສານຈາກການຈັດຕັ້ງໄປປະຈໍາການໃນແຕ່ລະວັນ ໂດຍຕ້ອງໄດ້ບັນທຶກ, ຈົດແຕ້ມລາຍຊື່ ແລະ ບ່ອນປະຈໍາການລະອຽດ ທັງໝົດນີ້ແມ່ນເພື່ອຄວາມປອດໄພຂອງປະຊາຊົນ.

ຮູບຈາກ:ໂອ້ເອ້ເປ້ຖົງ O.A pay thong