ຊາລາ ໄດ້ຮັບລາງວັນນັກກີລາຜູ້ເປັນແຮງບັນດານໃຈຂອງ ລໍຣິອຸສ

555

ໂມຮາເໝັດ ຊາລາ ກອງໜ້າຂອງ ລິເວີພູລ ສະໂມສອນໃນພຣີເມຍລີກ ອັງກິດ ໄດ້ຮັບເລືອກໃຫ້ຄວ້າລາງວັນ ລໍຣິອຸສ ສະປໍຕິງ ອິນສະເປີເຣຊັນ ອະວອດ ຫຼື ລາງວັນນັກກີລາຜູ້ເປັນແຮງບັນດານໃຈຂອງ ລໍຣິອຸສ ເວິລ ສະປອດ ອະວອດ ປະຈໍາປີ 2021 ເມື່ອວັນທີ 6 ພຶດສະພາ 2021

ລາງວັນດັ່ງກ່າວຈະມອບໃຫ້ໃນບາງປີເທົ່ານັ້ນ ແລະ ທີ່ຜ່ານມາຫາກໍມີການມອບລາງວັນດັ່ງກ່າວພຽງ 2 ຄັ້ງຄື: ທີມໂອແລມປິກຜູ້ລີ້ໄພ ໃນປີ 2017 ແລະ ເຈເຈ ວັດ ນັກບານອາເມຣິກາ ໃນປີ 2018.

ຊາລາ ໄດ້ຮັບລາງວັນດັ່ງກ່າວຈາກຜົນງານຊ່ວຍ ລິເວີພູລ ໄດ້ແຊັມພຣີເມຍລີກ ອັງກິດ ເປັນຄັ້ງທໍາອິດໃນຮອບ 30 ປີ ແລະ ຍັງຊ່ວຍປະເທດເອຢິບ ໃນເລື່ອງການເງິນທີ່ລາວບໍລິຈາກຢ່າງຫຼວງຫຼາຍໃຫ້ກັບການສ້າງໂຮງຮຽນ, ໂຮງໝໍ ແລະ ຊື້ລົດໃຫ້ກັບໂຮງໝໍທີ່ບ້ານເກີດອີກ.