6ພຶດສະພາ ພົບກໍລະນີຕິດເຊື້ອໃໝ່105ຄົນ ໜັກສຸດແຂວງບໍ່ແກ້ວ72ຄົນ, ນະຄອນຫຼວງວຽງຈັນ15ຄົນ

495

ວັນທີ6 ພຶດສະພາ ຄະນະສະເພາະກິດ ຖະແຫຼງຂ່າວຢັ້ງຢືນພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ105ຄົນ, ໜັກສຸດແມ່ນແຂວງບໍ່ແກ້ວ72ຄົນ, ຮອງລົງມາແມ່ນນະຄອນຫຼວງວຽງຈັນ 15ຄົນ.

ທ່ານດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ພ້ອມດ້ວຍ ດຣ. ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19ຖະແຫລງຂ່າວປະຈຳວັນທີ6ພຶດສະພາ2021ວ່າ: ວັນທີ5 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະ 3.596ຄົນ ຜົນກວດພົບກໍລະນີຕິດເຊື້ອ105ຄົນ, ບໍ່ມີຜູ້ເສຍຊີວິດ, ອອກໂຮງມໍ່ໄດ້ອີກ2 ຄົນ ລວມເປັນ101ຄົນ.

ຜູ້ຕິດເຊື້ອທັງ105ຄົນມີລາຍລະອຽດດັ່ງນີ້: ນະຄອນຫຼວງວຽຈັນ 15 ຄົນ, ແຂວງບໍ່ແກ້ວ 72ຄົນ, ແຂວງຈໍາປາສັກ 12ຄົນ
, ແຂວງສະຫວັນນະເຂດ 2ຄົນ, ແຂວງວຽງຈັນ 2ຄົນ, ແຂວງຜົ້ງສາລີ 2ຄົນ.

ມາຮອດປະຈຸບັນ ມີ ລາຍງານຜູ້ຕິດເຊື້ອທັງໝົດ 1.177 ຄົນ (ໃໝ່ 105), ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 101 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນແຕ່ລະແຂວງ ຈຳນວນ 1.076 ຄົນ


ນະຄອນຫຼວງວຽງຈັນ 600 ຄົນ (ໃໝ່ 15) ມື້ວານອອກໂຮງໝໍ 1 ຄົນ (ມິດຕະພາບ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ,  ແຂວງຈຳປາສັກ 169 ຄົນ (ໃໝ່ 12)ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ,  ແຂວງບໍ່ແກ້ວ 205 ຄົນ (ໃໝ່ 72), ແຂວງສະຫວັນນະເຂດ 40 ຄົນ (ໃໝ່ 2),  ແຂວງຫຼວງພະບາງ 13 ຄົນ.


ແຂວງວຽງຈັນ 16 ຄົນ (ໃໝ່ 2),  ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ,  ແຂວງອຸດົມໄຊ 8 ຄົນ, ແຂວງຜົ້ງສາລີ 5 ຄົນ (ໃໝ່ 2), ແຂວງໄຊຍະບູລີ 3 ຄົນ,  ແຂວງບໍລິຄຳໄຊ 2 ຄົນ (ມື້ວານອອກໂຮງໝໍ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ), ແຂວງຄຳມ່ວນ 1 ຄົນ, ອແຂວງຊຽງຂວາງ 1 ຄົນ. ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບຄົນເຈັບກໍລະນີໃໝ່ ທີ່ພົບຢູ່ນະຄອນຫຼວງວຽງຈັນ ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59. ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ວຽງຈັນ ແລະ ຜົ້ງສາລີ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າຄືກັນ.

ສະໜັບສະໜູນຂ່າວໂດຍ: