ຢືນຢັນວັນແຂ່ງໃໝ່ຂອງ ນັດແດງເດືອດ 13 ພຶດສະພານີ້

487

ຫຼັງຈາກທີ່ນັດແດງເດືອດລະຫວ່າງ ແມນເຊັສເຕີ ຢູໄນເຕັດ ພົບກັບ ລິເວີພູລ ເມື່ອວັນທີ 2 ພຶດສະພາ 2021 ຖືກເລື່ອນການແຂ່ງຂັນ ເນື່ອງຈາກແຟນບານ ແມນເຊັສເຕີ ຢູໄນເຕັດ ປະທ້ວງຂັບໄລ່ ຕະກຸນ ເກລເຊີ ອອກຈາກສະໂມສອນ.

.

.

ຈົນຫຼ້າສຸດ ພຣີເມຍລີກ ອັງກິດ ອອກມາຢືນຢັນຢ່າງເປັນທາງການວ່າ: ການແຂ່ງຂັນນັດແດງເດືອດລະຫວ່າງ ແມນເຊັສເຕີ ຢູໄນເຕັດ ເປີດບ້ານຮັບການມາຢາມຂອງ ລິເວິີພູລ ຈະລົງແຂ່ງຂັນໃນວັນພະຫັດທີ 13 ພຶດສະພາ 2021 ເວລາ 2:15 ໂມງຕາມເວລາໃນບ້ານເຮົາ.

ຜົນດັ່ງກ່າວເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ຕ້ອງເມື່ອຍກ່ອນໃຜ ເນື່ອງຈາກຈະລົງແຂງຂັນ 3 ນັດໃນຮອບ 5 ວັນເລີ່ມຕົ້ນການບຸກໄປຢາມ ອັສຕັນ ວິລລາ ໃນວັນທີ 9 ພຶດສະພາ, ຕ້ອນຮັບ ເລັສເຕີ ຊິຕີ້ ໃນວັນທີ 11 ພຶດສະພາ ແລະ ນັດຕົກຄ້າງພົບ ລິເວີພູລ ໃນວັນທີ 13 ພຶດສະພາ 2021. ນອກນັ້ນ ຍັງແຂ່ງຂັນ ຢູໂຣປາ ລີກ ຮອບ 4 ທີມນັດທີ 2 ພົບກັບ ໂຣມາ ໃນວັນທີ 6 ພຶດສະພາ 2021 ມາກ່ອນອີກດ້ວຍ.