ປາກຽວ ເປີດເຜີຍກໍາລັງເຈລະຈາລາຍລະອຽດການຊົກຂັ້ນຕອນສຸດທ້າຍ ຄາດຈະເປັນໄຟທ໌ສຸດທ້າຍ

698

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ວາງແຜນຈະອໍາລາອາຊີບການເປັນນັກມວຍໃນທ້າຍປີ 2021 ດ້ວຍການຊົກໄຟທ໌ສຸດທ້າຍກັບ ໄຣ ກາເຊຍ ນັກມວຍຊາວອາເມຣິກາ ແຕ່ຍັງບໍ່ມີການປະກາດວັນຂຶ້ນຊົກຢ່າງເປັນທາງການ.

ຫຼ້າສຸດ ປາກຽວ ເປີດເຜີຍຜ່ານສື່ວ່າ: “ ພວກເຮົາກໍາລັງຢູ່ໃນໄລຍະການເຈລະຈາ, ຂ້ອຍບໍ່ສາມາດລົງລາຍລະອຽດຫຼາຍ ເພື່ອປ້ອງກັນການມີບັນຫາ ແລະ ອະນາຄົດຂອງຂ້ອຍຈະມີການປະກາດໃນນັ້ນໄວໆນີ້ ”.

ມີການຄາດການວ່າ ປາກຽວ ຈະປະກາດອໍາລາອາຊີບນັກມວຍທັນທີ ຫຼັງຈົບໄຟທ໌ສຸດທ້າຍ ເພື່ອກຽມພັກດັນຕົວເອງຂຶ້ນໄປຊີງຕໍາແໜ່ງປະທານນາທິບໍດີຂອງ ຟິລິບປິນ ແບບເຕັມຕົວໃນປີ 2022.