7 ວິທີເບິ່ງແຍງເຮືອນ ແລະ ຄົນໃນຄອບຄົວໃຫ້ຫ່າງໄກຈາກໂຄວິດ-19

639
  1. ວິທີການໃຊ້ຊີວິດແບບຢູ່ຮ່ວມກັນພາຍໃນເຮືອນ: ໂດຍເລີ່ມຕັ້ງແຕ່ການຮັກສາໄລຍະຫ່າງ ເພື່ອປ້ອງກັນການໄອ, ຈາມ, ແບບບໍ່ທັນຕັ້ງໂຕ ຫຼື ໃສ່ຜ້າອັດປາກ-ດັງປ້ອງກັນ; ຖັດມາແມ່ນເລື່ອງອາຫານການກິນ ຖ້າຕ້ອງກິນເຂົ້ານຳກັນ ແນະນຳໃຫ້ມີບ່ວງກາງຕັກອາຫານໃສ່ຈານຂອງຕົນເອງ ເນັ້ນວ່າຕ້ອງມີ 2 ບ່ວງ 1. ເອົາໄວ້ຕັກຈານກາງ 2. ເອົາໄວ້ຕັກເຂົ້າກິນ
  2. ວິທີການທໍາຄວາມສະອາດເຄື່ອງໃຊ້ພາຍໃນເຮືອນ: ໂດຍລວມແລ້ວເຊື້ອໂລກຈະເຕີບໂຕໄດ້ດີໃນຮ່າງກາຍ ແລະ ອ່ອນແອລົງເມື່ອຢູ່ພາຍນອກຮ່າງກາຍ ແຕ່ສຳລັບເຊື້ອໄວຣັດໂຕນີ້ມີຜົນວິໄຈວ່າ ເຖິງຈະອອກມາພາຍນອກ ແຕ່ຖ້າໄດ້ເກາະຢູ່ເທິງຜິວຂອງວັດຖຸໃດວັດຖຸຫນຶ່ງແລ້ວ ຈະມີອາຍຸຢູ່ໄດ້ຫລາຍຊົ່ວໂມງ ດັ່ງນັ້ນເຮົາຕ້ອງຫມັ່ນທຳຄວາມສະອາດຢ່າງສະຫມຳ່ສະເຫມີ ໂດຍສະເພາະຫ້ອງນໍ້າ, ຫ້ອງນັ່ງຫລິ້ນ, ຫ້ອງຄົວ ເພາະເປັນຫ້ອງທີ່ທຸກຄົນໃນເຮືອນໃຊ້ຮ່ວມກັນ ດັ່ງນັ່ນເຮົາຕ້ອງຫມັ່ນທຳຄວາມສະອາດເປັນພິເສດ
  3. ວິທີການໃຊ້ຫ້ອງນໍ້າໃຫ້ຖືກວິທີ: ຫ້ອງນໍ້າເປັນບ່ອນທີ່ເຮົາຕ້ອງໃຊ້ທຸກມື້ ເຊິ່ງເຮົາຕ້ອງຂັບຂອງແຫຼວ ເຊັ່ນ: ຖ່າຍເບົາ ແລະ ຖ່າຍຫນັກ ໂດຍຈາກຜົນວິໄຈພົບວ່າຖ້າເຮົາເປັນຜູ້ຕິດເຊື້ອຂອງແຫຼວທີ່ອອກມາຈາກຮ່າງກາຍຈະມີໄວຣັດບາງສ່ວນຕິດອອກມານຳ ດັ່ງນັ້ນເພື່ອປ້ອງກັນບໍ່ໃຫ້ລະອອງຕ່າງໆນັ້ນກະຈາຍໃນອາກາດ ເວລາເຮົາກົດຊັກໂຄກໃຫ້ປິດຝາຫລັງຈາກໃຊ້ທຸກຄັ້ງ
  4. ໂຄວິດ-19 ບໍ່ມັກອາກາດຖ່າຍເທ ແລະ ອຸນຫະພູມສູງ: ເຊື້ອໄວຣັດບໍ່ມັກອາກາດຖ່າຍເທ ແລະ ອາກາດທີ່ຮ້ອນຈັດເນື່ອງຈາກຕົວມັນຫໍ່ຫຸ້ມດ້ວຍໄຂມັນ ເວລາຖືກແດດມັນຈະຕາຍໄດ້ໄວກວ່າອຸນຫະພູມຕຳ່ ດັ່ງນັ້ນເພື່ອຫລຸດຄວາມສ່ຽງແນະນຳໃຫ້ເປີດປະຕູ, ປ່ອງຢ້ຽມ ໃຫ້ອາກາດຖ່າຍເທ ແລະ ເປີດຮັບແສງທຳມະຊາດມື້ລະ 2-3 ຊົ່ວໂມງໄວຣັດໂຄວິດຈະຕາຍເມື່ອຖືກອາກາດຮ້ອນ ຫລື ນໍ້າຮ້ອນ
  5. ເຮັດຄວາມສະອາດແຜ່ນກອງແອ, ມຸ້ງ ແລະ ຕາໜ່າງກັນຍຸງ: ເຮົາຄວນເຮັດຄວາມສະອາດຕະຫລອດ ໂດຍການຖອດເອົາໄປລ້າງໃສ່ສະບູໃຊ້ແປງຂັດຢ່າງດີ ຫລັງຈາກນັ້ນເອົາໄປຕາກແດດໃຫ້ແຫ້ງ ແລ້ວໃຊ້ຜ້າແຫ້ງເຊັດອີກ1ຮອບເພື່ອບໍ່ໃຫ້ເກີດຄາບ
  6. ໃສ່ຫນ້າກາກ ແລະ ຖິ້ມຂີ້ຫຍື້ອໃຫ້ຖືກຕ້ອງ: ທຸກເທື່ອທີ່ອອກຈາກເຮືອນຕ້ອງໃສ່ໜ້າກາກຕະຫລອດ ແຕ່ບໍ່ຄວນດຶງໜ້າກາກເຂົ້າອອກຕະຫລອດ ເພາະຈະສ່ຽງຕໍ່ການຕິດເຊື້ອຫລາຍຂຶ້ນ ເພາະເຮົາຈະສຳຜັດກັບເຊື້ອໂລກໂດຍກົງ ສະນັ້ນຖ້າໃສ່ແລ້ວ ຢ່າຈັບໜ້າກາກຕະຫລອດ ແລະ ເວລາໃຊ້ແລ້ວກໍຄວນຖິ້ມໃຫ້ຖືກ ຕ້ອງເພື່ອບໍ່ໃຫ້ໄວຣັດແຜ່ກະຈາຍໄດ້ ແນະນຳໃຫ້ໃສ່ຖົງຢາງກ່ອນແລ້ວຈຶ່ງເອົາໄປຖິ້ມຖັງຂີ້ເຫຍື້ອ
  7. ລ້າງມືຢ່າງສະໜໍ່າສະເໜີ: ການລ້າງມືເປັນວິທີທີງ່າຍ ແລະ ດີທີ່ສຸດໃນການປ້ອງກັນໄວຣັດໂຄວິດ-19 ຮູ້ຫລືບໍ່ວ່າການລ້າງມືໃສ່ສະບູ 20 ວິນາທີ ດີກວ່າການໃຊ້ເຈວແອວກໍຮໍອີກ ແຕ່ເຈວລ້າງມືທີ່ມີຄວາມເຂັ້ມຂຸ້ນ70%ກໍສາມາດທົດແທນກັນໄດ້ ແຕ່ການໃຊ້ເຈວແອວກໍຮໍກໍຕ້ອງລະມັດລະວັງເພາະວ່າສາມາດຕິດໄຟໄດ້ງ່າຍ

ຂໍ້ມູນຈາກ:thinkofliving.com