ໄອພີເອັສຊີລາວ ຊ່ວຍເຫຼືອອຸປະກອນການແພດ ກຽມປິ່ນປົວຜູ້ຕິດເຊື້ອໂຄວິດ ທີ່ໂຮງໝໍພາກສະໜາມ ລ້ານຊ້າງ

948

ພິທີມອບ-ຮັບອຸປະກອນການແພດຫຼາຍລາຍການຂອງບັນດາສະມາຊິກສະໂມສອນ ກິລາຍິງປືນໄອພີເອັສຊີລາວ ໄດ້ມີຂຶ້ນ ໃນຕອນບ່າຍວັນທີ 3 ພຶດສະພາ ທີ່ບໍລິສັດ LANEXANG CENTER ຕາງໜ້າກ່າວມອບຂອງທ່ານ ພັນທະຈິດ ອິນທິລາດ ປະທານກຸ່ມບໍລິສັດ ອິນທາ ໂຄໂປເລຊັ້ນ ຈຳກັດ ທັງເປັນສະມາຊິກນັກກິລາຍິງປືນ ໄອພີເອັສຊີລາວ ແລະ ຕາງໜ້າກ່າວຮັບຂອງທ່ານ ບຸນທະວີ ສິນລາດຊະວົງ ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງທັງເປັນຮອງຫົວໜ້າກອງເລຂາຄະນະສະເພາະກິດ ນະຄອນຫຼວງ, ມີທ່ານ ສີສຸພັນ ໄຊປັນຍາ ຮອງຫົວໜ້າໜ່ວຍງານການເງິນ ຄະນະສະເພາະກິດ ນະຄອນຫຼວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບການໂຮມນໍ້າໃຈຊ່ວຍເຫຼືອເຄື່ອງອຸປະກອນດັ່ງກ່າວ ແມ່ນໄດ້ຈາກການລະດົມຂອງທ່ານ ພຸດທະສັກ ສຸກອາລຸນ ປະທານສະໂມສອນ ຍິງປືນໄອພີເອັສຊີລາວ ປະກອບສ່ວນເຫຼົ້າ90-1ລິດ ຈຳນວນ 10 ຂວດ, ທ່ານ ແສງປະເສີດ ພານະສີ ຊູກຍູ້ຜ້າອັດປາກ ຈຳນວນ 50 ກ່ອງ, ທ່ານ ວິວັດ ສີໄຊ ເຈວລ້າງມື ຂວດໃຫຍ່ 10 ຂວດ ແລະ ທ່ານ ສິງຄຳ ສີປະເສີດ ປະກອບສ່ວນຜ້າອັດປາກ 50 ກ່ອງ, ສະເປສີດ 24 ຂວດ ແລະ ເຈວລ້າງມືຂວດໃຫຍ່ ຈຳນວນ 24 ຂວດ.

ນອກຈາກນີ້, ທາງສະມາຊິກສະໂມສອນດັ່ງກ່າວ ກໍຍັງມີການລະດົມກັນຕື່ມອີກ ແລະ ຈະມີການນຳມອບຕາມພາຍຫຼັງ ທັງນີ້ ທັງນັ້ນ ກໍເພື່ອເປັນການໂຮມນໍ້າໃຈ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວລາວ ໃຫ້ຫາຍຈາກໂລກນີ້ ແລະ ຢາກເຫັນການກັບມາເປັນປົກກະຕິຂອງບ້ານເມືອງໂດຍໄວ.

ສໍາລັບ ສູນກິລາ ລ້ານຊ້າງ ອິນດໍ ປ່ຽນເປັນໂຮງໝໍພາກສະໜາມ ລ້ານຊ້າງ ພຽງແຕ່ 7 ວັນ ກໍສຳເລັດ ໂດຍການຮ່ວມມືກັນລະຫວ່າງ ສູນກິລາລ້ານຊ້າງ LANEXANG CENTER, ກຸ່ມບໍລິສັດ AIF GROUP ແລະ ກຸ່ມບໍລິສັດ IHC Laos ໂດຍສາມາດຮອງຮັບ ແລະ ປິ່ນປົວຜູ້ປ່ວຍ ໂຄວິດ-19 ທີ່ກໍາລັງລະບາດຢ່າງໜັກ ໃນ ສປປ ລາວ ໄດ້ເຖິງ 306 ຕຽງ ກໍຄື 306 ຄົນ (ບໍ່ລວມຕຽງຫ້ອງສຸກເສີນ).

ຂ່າວ: ສົງການ, ຮຽບຮຽງ: ຄໍາສອນ