ເປີດໃຈ ຄອນເຕ້ ຫຼັງພາ ອິນເຕີ ມິລານ ຄວ້າແຊັມ ກັລໂຊ ເຊເຣຍ ອາ ອິຕາລີ

637

ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມຂອງ ອິນເຕີ ມິລານ ເປີດໃຈ ຫຼັງພາທີມຄວ້າແຊັມ ກັລໂຊ ເຊເຣຍ ອາ ອິຕາລີ ໄດ້ຢ່າງເປັນທາງການ ຫຼັງ ອະຕາລັນຕ້າ ເຮັດໄດ້ພຽງສະເໝີກັບ ຊາສຊູໂອໂລ 1-1 ເມື່ອວັນທີ 2 ພຶດສະພາ ທີ່ຜ່ານມາ.

.

ກ່ອນໜ້ານີ້ ອິນເຕີ ມິລານ ບຸກໄປຊະນະ ໂຄຣເຕເນ 2-0 ເມື່ອວັນເສົາທີ 1 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ເກັບຄະແນນເພີ່ມເປັນ 82 ຄະແນນ ຈາກກ 34 ນັດ ໜີຫ່າງອັນດັບ 2 ອະຕາລັນຕ້າ ທີ່ຈະພົບກັບ ຊາສຊູໂອໂລ ຕ້ອງການຊະນະສະຖານດຽວ ເພື່ອຕໍ່ຍອດການລຸ້ນແຊັມຕໍ່ໄປ ແຕ່ຖ້າຫາກສະເໝີ ຫຼື ເສຍຈະເຮັດໃຫ້ ອິນເຕີ ມິລານ ຄວ້າແຊັມໄປທັນທີ ກ່ອນທີ່ການແຂ່ງຂັນວັນທີ 2 ອະຕາລັນຕ້າ ເຮັດໄດ້ພຽງສະເໝີ ສົ່ງຜົນໃຫ້ ອິນເຕີ ໄດ້ແຊັມໄປຄອງ.

.

ຫຼັງຮູ້ວ່າໄດ້ແຊັມ ຄອນເຕ້ ເປີິດເຜີຍວ່າ: ສຸດມີຄວາມສຸກທີ່ໄດ້ນໍາຄວາມສໍາເລັດກັບຄືນສູ່ຖິ່ນ ຈູເຊັບເປ ເມອັຊຊາ ອີກຄັ້ງ, ມັນເປັນເລື່ອງທີ່ຍາກລໍາບາກ ເພາະມັນບໍ່ແມ່ນຕົວເລືອກທີ່ງ່າຍເລີຍສໍາລັບຂ້ອຍໃນການຍ້າຍມາຄຸມ ອິນເຕີ ມິລານ.