ຢູໂຣໂຊນ ເຂົ້າສູ່ພາວະເສດຖະກິດທົດຖອຍອີກຄັ້ງ

286

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງສຳນັກງານສະຖິຕິຂອງສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ: ເສດຖະກິດຂອງຢູໂຣໂຊຫົດຕົວລົງ 0,6% ໃນໄຕມາດທຳອິດຂອງປີ 2021 ຫຼັງຈາກທີ່ຫົດຕົວລົງ 0,7% ໃນໄຕມາດສຸດທ້າຍຂອງປີ 2020.


ການຫົດຕົວລົງ 2 ໄຕມາດຕິດຕໍ່ກັນ ເຮັດໃຫ້ເສດຖະກິດຢູໂຣໂຊນກ້າວສູ່ສະພາວະຖົດຖອຍອີກຄັ້ງ ຫຼັງຈາກທີ່ຂະຫຍາຍຕົຍສູງເຖິງ 12,5% ໃນໄຕມາດ 3 ຂອງປີ 2020.

ປະເທດທີ່ເສດຖະກິດຫົດຕົວລົງຫຼາຍທີ່ສຸດໃນໄຕມາດທຳອິດຂອງປີ 2021 ແມ່ນປ໊ອກຕຸຍການ ເຊິ່ງຫົດຕົວລົງ 3,3%, ລັດເວຍ 2,7% ແລະ ເຢຍລະມັນຫົດຕົວລົງ 1,7%.

ອີຢູ ຄາດການວ່າ ເສດຖະກິດຂອງສະຫະພາບເອີຣົບຈະຂະຫຍາຍຕົວພຽງ 3,8% ໃນປີ 2021 ເນື່ອງຈາກຫຼາຍປະເທດຍັງຄົງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19.