ໄລຊິກ ແຕ່ງຕັ້ງ ມາຊ ຄຸມທີມແທນ ນາເກລມັນ ທີ່ຍ້າຍໄປ ບາເຢິນ ມິວນິກ

538

ແອເບ ໄລຊິກ ສະໂມສອນໃນບຸນເດສລີກາ ເຢຍລະມັນ ປະກາດແຕ່່ງຕັ້ງ ເຈສຊີ ມາຊ ຜູ້ຈັດການທີມຊາວອາເມຣິກາ ເຂົ້າໄປຜູ້ຈັດການທີມຄົນໃໝ່່ໃນລະດູການ 2021-2022 ຢ່າງເປັນທາງການແລ້ວ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ.

ພາຍຫຼັງທີ່ ຢູລຽນ ນາເກລມັນ ຜູ້ຈັດການທີມປະກາດຈຸດປະສົງຍ້າຍໄປຄຸມ ບາເຢິນ ມິວນິກ ໃນລະດູການໜ້າ ເຮັດໃຫ້ ໄລຊິກ ຕ້ອງຕັດສິນໃຈດຶງ ມາກ ປັດຈຸບັນອາຍຸ 47 ປີມາຈາກ ເຣດບູລ ຊັລບວກ ສະໂມສອນໃນລີກສູງສຸດຂອງໂອຕຣິດ ມາຄຸມທີມ.

ສໍາລັບ ມາຊ ເຊັນສັນຍາ 2 ປີກັບໄລຊິກ ແລະ ຈະເລີ່ມເຮັດວຽກໃນເດືອນກໍລະກົດນີ້ ເຄີຍມີປະສົບການໃນການຄຸມ ໄລຊິກ ເນື່ອງຈາກເຄີຍເປັນຜູ້ຊ່ວຍຄູ່ຝຶກຂອງ ຣາຟ ຣັງນິກ ໃນລະດູການ 2018-2019 ກ່ອນຍ້າຍໄປຄຸມ ເຣດບູລ ຊັລບວກ ແລະ ພາທີມໄດ້ແຊັມລີກສູງສຸດຂອງ ໂອຕຣິດ ກັບ ບານເຕະຊີງຂັນ ອອສຕຣຽນ ຄັບ ລະດູການທີ່ຜ່ານມາ.