5 ພາກສ່ວນ ມອບເງິນຊ່ວຍເຫຼືອຕ້ານໂຄວິດ-19 ລວມມູນຄ່າ 1,25ຕື້ກີບ

883

ໃນວັນທີ 28 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກ ສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,25 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.


ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 5 ພາກສ່ວນ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບເງິນຈຳນວນ 500 ລ້ານກີບ; ສະມາຄົມຈີນ-ວຽງຈັນ ຊຸດທີ 21 ມອບເງິນຈຳນວນ 300 ລ້ານກີບ; ມູນນິທິຈີນ-ວຽງຈັນ ມອບເງິນຈຳນວນ 200 ລ້ານກີບ; ໂຮງຮຽນມັດ ທະຍົມສົມບູນ ລຽວໂຕວ໌ ມອບເງິນຈຳນວນ 200 ລ້ານກີບ; ສະຖາບັນປົກປ້ອງເງິນຝາກ ມອບເງິນຈຳນວນ 50 ລ້ານກີບ.

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ທີ່ໄດ້ມອບເງິນຊ່ວຍເຫຼືອລັດຖະບານ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້, ພ້ອມທັງ ສັນຍາວ່າ ຈະນໍາໃຊ້ເງິນ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ໃນການເປັນເຈົ້າການ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປະກອບສ່ວນເຮັດໃຫ້ ສາມາດຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ຄັ້ງນີ້ ໄດ້ໂດຍໄວ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.