ຄໍລໍາມູມຫຼັກ8…ຕ້ອງເຂົ້າສູ່ຂະບວນການຍຸຕິທຳ….

1885

ກະແສສື່ອອນລາຍມາແຮງຫຼາຍກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຕໍ່ກໍລະນີຜູ້ຕິດເຊື້ອນໍ້າເບີິ 50 ແລະ 59 ທີ່ແຜ່ເຊື້ອໃຫ້ຜູ້ຄົນໃນສັງຄົມ.

ຜູ້ຂຽນຄິດວ່າ: ຫຼັງຈາກປິ່ນປົວຫາຍດີຂອງເບີ 50 ແລະ 59 ແລ້ວຕ້ອງເຂົ້າສູ່ຂະບວນການຍຸຕິທໍາແນ່ນອນ, ດັ່ງນັ້ນກະແສສັງຄົມຕ້ອງທຸ່ນທ່ຽງເພາະຢູ່ປະເທດເຮົາບໍ່ມີໃຜຢູ່ນອກເໜືອກົດໝາຍໄດ້! ຕ້ອງທໍາໃຈດີປະໃຫ້ຂະບວນການຍຸຕິທໍາເພິ່ນດຳເນີນຄະດີຕາມຂັ້ນຕອນ ເຖິງວ່າມັນຈະບໍ່ທັນໃຈເຮົາກໍບໍ່ໝາຍຄວາມວ່າຈະມີການປ່ອຍປະລະເລີຍ.

ຫາກເປີດເບິ່ງກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຈະເຫັນວ່າຜູ້ຕິດເຊື້ອໂຄວິດນໍ້າເບີ 50 ແລະ 59 ມີການລະເມີດກົດໝາຍກໍຄືນິຕິກຳກ່ຽວຂ້ອງເຊັ່ນ: ລະເມີດດຳລັດເລກທີ 21/ລບ ລົງວັນທີ 20 ມັງກອນ 2021 ຂອງລັດຖະບານ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ, ເຊັນໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຊິ່ງໃນນັ້ນລະເມີດໂຈ່ງແຈ້ງມາດຕາ 12: ການຫຼົບຫຼີກການກວດກາ ຫຼື ບໍ່ປະທັບຕາແຈ້ງເຂົ້າ-ອອກຈາກເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ.

ມາດຕາ 13: ການອຳນວຍຄວາມສະດວກ ຫຼື ຊ່ວຍເຫຼືອຄົນເຂົ້າ-ອອກ ສປປ ລາວ ໂດຍບໍ່ຖືກຕ້ອງ.
ສຳລັບກົດໝາຍແມ່ນລະເມີດຕໍ່ປະມວນກົດໝາຍອາຍາ ເລກທີ 013/ສພຊ ລົງວັນທີ 17/05/2017 ໂດຍສະເພາະມາດຕາ 199 ການແຜ່ເຊື້ອພະຍາດທີ່ຮ້າຍແຮງ.

ບໍ່ແມ່ນແຕ່ເບີ 50 ແລະ ເບີ 59 ທີ່ຕ້ອງເຂົ້າສູ່ຂະບວນຍຸຕິທໍາ… ພວກອໍານວຍຄວາມສະດວກໃຫ້ພວກກ່ຽວທັງໝົດກໍຕ້ອງເຂົ້າສູ່ຂະບວນຍຸຕິທຳເຊັ່ນກັນ.

ສະຫຼຸບແລ້ວກໍລະນີນີ້ຍັງຄົງຕ້ອງໃຊ້ເວລາສືບສວນ-ສອບສວນ ແລະ ດຳເນີນຄະດີຢ່າງເດັດຂາດໃນຂັ້ນຕໍ່ໄປ.
ຂໍໃຫ້ສັງຄົມອຸ່ນອ່ຽນ ແລະ ເຊື່ອໝັ້ນຕໍ່ການຈັດຕັ້ງ!.
( ຈົບ)