5 ເຄັດລັບດີໆ ເບິ່ງແຍງຜິວໜ້າໃຫ້ງາມໃນຍຸກ New Normal

1195

ມື້ນີ້ຜູ້ຂຽນໄດ້ສັງລວມ 5 ວິທີການເບິ່ງແຍງຜິວໜ້າ ຕັ້ງແຕ່ຂັ້ນຕອນລ້າງໜ້າ, ບຳລຸງຜິວ, ການໃສ່ໜ້າກາກກອະນາໄມ ແລະ ໃຊ້ໂຍຄະໃບໜ້າເຂົ້າຊ່ວຍ

  1. ລ້າງໜ້າໃຫ້ສະອາດ: ການໃສ່ໜ້າກາກອະນາໄມ ຈະເຮັດໃຫ້ເກີດຄວາມອັບຊື້ນ ແລະ ເປັນ ແຫຼ່ງສະສົມຂອງແບັດທີເຣຍ ແລະ ສິ່ງສົກກະປົກ ການສຽດສີຂອງໜ້າກາກອະນາໄມກັບຜິວໜ້າ ຈະເຮັດເກີດການລະຄາຍຜິວ ແລະ ເປັນຮອຍແດງ ຈົນເຖິງຂັ້ນເປັນສິວໄດ້ ສະນັ້ນ ເມື່ອກັບຮອດເຮືອນຈຶ່ງຄວນລ້າງໜ້າໃຫ້ສະອາດທັນທີ ໃນຊ່ວງນີ້ບໍ່ຄວນທົດລອງໃຊ້ຜະລິດຕະພັນເຄື່ອງສຳອາງໃໝ່ໃດໆທັງນັ້ນ ແລະ ສຳລັບທ່ານໃດທີ່ຈຳເປັນຕ້ອງແຕ່ງໜ້າເປັນປະຈຳຄວນຈະເລືອກຜະລິດຕະພັນທີ່ອ່ອນໂຍນຕໍ່ຜິວ ບຳລຸງດ້ວຍຄຣີມບຳລຸງຜິວ ແລະ ຄຣີມກັນແດດເປັນປະຈຳ
  2. ການບໍາລຸງຜິວຊ່ວງນີ້ຕ້ອງເປັນສະກີນແຄເນື້ອບາງເບົາ ແລະ ຫຼຸດການໃຊ້ເມັກອັບເກີນຄວາມຈໍາເປັນ; ໃນຊ່ວງທີ່ວິຖີຊີວິດປ່ຽນໄປ (New Normal) ແລະ ຍັງບໍ່ສາມາດໄປພົບແພດຜິວໜັງໄດ້ ສຳລັບໃຜທີ່ແຕ່ງຫນ້າຈຶ່ງຄວນເລືອກເຄື່ອງສຳອາງທີ່ອຸດຕັນໜ້ອຍ ຫຼື ບໍ່ມີສານ Comedogenic ຊຶ່ງເຮັດໃຫ້ເກີດການອຸດຕັນໃນຊ່ວງທີ່ເຮົາໃສ່ໜ້າກາກ, ຫຼຸດການແຕ່ງໜ້າທີ່ບໍ່ຈຳເປັນເຊັ່ນ: ຜະລິດຕະພັນທີ່ສ້າງເປັນແສງ ແລະ ເງົາເທິງໃບໜ້າ; ຄວນໃຊ້ແປ້ງຝຸ່ນ, ສິ່ງບໍາລຸງ ແລະ ຫລີກລຽງຜະລິດຕະພັນທີ່ມີຄວາມໜຽວ ປະເພດທີ່ເປັນຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜີ້ງ ແລະ ນໍ້າມັນເປັນຕົ້ນ ຖ້າຫລີກລຽງໄດ້ຈະຊ່ວຍໃຫ້ຫຼຸດການເກີດບັນຫາສິວອຸດຕັນໄດ້.
  3. ໜ້າກາກອະນາໄມຕ້ອງປ່ຽນໃໝ່ເປັນປະຈໍາ: ອີກໜຶ່ງສິ່ງສໍາຄັນທີ່ຈະເຮັດໃຫ້ຜິວໜ້າຂອງເຮົາອຶດອັດຫລາຍ ແລະ ລະຄາຍຜິວຫຼາຍເກີນໄປ ເຮົາຈຶ່ງຄວນປ່ຽນໜ້າກາກອະນາໄມເລື້ອຍໆ ເພາະໜ້າກາກອະນາໄມອອກແບບມາສ່ວນຫຼາຍແມ່ນໃຫ້ໃຊ້ພຽງຄັ້ງດຽວເທົ່ານັ້ນ ແຕ່ຖ້າຫາກເປັນປະເພດຜ້າກໍຄວນຊັກ ແລະ ຕາກໃຫ້ແຫ້ງທຸກມື້ ແລະ ບໍ່ຄວນສຳຜັດໜ້າກາກເລື້ອຍໆ ເພາະມັນມີໂອກາດເພີ່ມສິ່ງສົກກະປົກໄດ້ ຄວນສຳຜັດພຽງແຕ່ຕອນໃສ່ ແລະ ຖອດເທົ່ານັ້ນ ນອກຈາກຈະຫຼຸດການສຽດສີຜິວແລ້ວ ຍັງເພີ່ມຄວາມປອດໄພຂອງສຸຂະອະນາໄມ ແລະ ລົດໂອກາດຕິດເຊື້ອໂຄວິດອີກດ້ວຍ
  4. ວິທີຫຼຸດຮ່ອງຮອຍຊ່ວງທີ່ເຂົ້າຄຣີນິກບໍ່ໄດ້ ແຕ່ໂຍຄະໃບໜ້າຊ່ວຍໄດ້: ການອອກກໍາລັງກາຍໃບໜ້າ ຫຼື ການໂຍຄະໃບໜ້າ ຈາກຜົນການວິໄຈ ພົບວ່າການໂຍຄະໃບໜ້າ 30 ນາທີຕໍ່ມື້ ແລະ ເຮັດຕິດຕໍ່ກັນຫຼາຍກວ່າ 20 ອາທິດ ຈະມີໃບໜ້າທີ່ກະຊັບ ແລະ ເບິ່ງຄືເດັກລົງ ເນື່ອງຈາກການໂຍຄະໃບໜ້າຈະເຮັດໃຫ້ກ້າມເນື້ອຂອງໃບໜ້າແຂງແຮງຂຶ້ນ ໂດຍສະເພາະບໍລິເວນແກ້ມ ແຕ່ຖ້າຫາກມີການສະແດງອາລົມທາງໃບໜ້າໃນບາງທ່າທີຫຼາຍເກີນໄປ ກໍອາດຈະກໍ່ໃຫ້ເກີດຮ່ອງຮອຍເຊັ່ນ: ຮອຍລະຫວ່າງຄິ້ວ, ຮອຍຍິ້ມບໍລິເວນຫາງຕາທີ່ຊັດເຈນຂຶ້ນ ດັ່ງນັ້ນຄວນເລືອກທ່າໂຍຄະໃບໜ້າທີ່ພໍເໝາະພໍດີ ແລະ ຢູ່ໃນໄລຍະທີ່ກຳນົດ
  5. ເມື່ອສາມາດໄປເຮັດຄວາມສວຍ ຄວາມງາມຢູ່ຄຣີນິກໄດ້ກໍ່ຢ່າຟ້າວຮີບຮ້ອນຈັດເຕັມຫຼາຍເກີນໄປ ລະວັງຜິວຈະໄດ້ຮັບຜົນກະທົບທີ່ບໍ່ປາຖະໜາ.

ສຳລັບສາວໆຄົນໃດ ທີ່ກຳລັງພົບກັບບັນຫາທັງສິວ ແລະ ຮອຍແດງ, ຮ່ອງຮອຍທີ່ເຫັນໄດ້ຊັດເຈນ ກໍສາມາດນຳຄຳແນະນຳທາງດ້ານເທິງໄປເຮັດຕາມໄດ້ເລີຍ ແຖມຕອບໂຈດ ວິຖີຊີວິດແບບໃໝ່ (New Normal) ໄດ້ເປັນຢ່າງດີດ້ວຍ ແຕ່ຖ້າຫາກໃຜທີ່ຕ້ອງການເຂົ້າຄຣີນິກເສີມຄວາມງາມກໍຢ່າລືມກວດສອບຂໍ້ມູນຄຣີນິກໃຫ້ດີ ພ້ອມກັບໝໍທີ່ຊ່ຽວຊານ ແລະ ມີຄວາມໜ້າເຊື່ອຖື ເພື່ອຄວາມງາມ ທີ່ປອດໄພ ມີຄຸນນະພາບ ເສີມຄວາມໝັ້ນໃຈໃນການໃຊ້ຊີວິດໄດ້ຢ່າງເຕັມທີ່ ແລະ ມີຄວາມສຸກ.

ຂໍ້ມູນຈາກ ແລະ ຮູບ: thestandard.com