11 ແຜນງານຂອງກົມກີລາມວນຊົນ ໃນນັ້ນກຽມຈັດກີລາຄົນພິການທົ່ວປະເທດເດືອນຕຸລານີ້

514

ກົມກີລາມວນຊົນ, ພະລະສຶກສາ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ເປີດເຜີຍ 11 ແຜນງານທີ່ຈະຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ເຊິ່ງໃນນັ້ນກໍານົດຈັດການແຂ່ງຂັນກີລາຄົນພິການ ທົ່ວປະເທດ ໃນເດືອນຕຸລາ 2021 ແລະ ພິຈາລະນາສົ່ງນັກກີລາຍົກນໍ້າໜັກຄົນພິການ ເຂົ້າຮ່ວມການແຂ່ງຂັນຊີງແຊັມໂລກ ໃນເດືອນພຶດສະພາ 2021.

ທ່ານ ວິໄລວັນ ບຸນສຸກໄທ ຫົວໜ້າ ກົມກີິລາມວນຊົນ, ພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ເປີດເຜີຍໃນກອງປະຊຸມພົບປະ ເພື່ອເປັນການຊີ້ນຳໆພາ ສົ່ງເສີມການບໍລິຫານວຽກງານພະລະ ແລະ ສິລະປະ ທີ່ຫ້ອງປະຊຸມ ຄະນະກໍາມະການກີລາໂອແລມປິກແຫ່ງຊາດລາວ ໃນຕົ້ນເດືອນເມສາ 2021 ວ່າ:

1.ກົມກິລາມວນຊົນ, ພະລະ ແລະ ສີລະປະສຶກສາ ໄດ້ປະກາດກົງຈັກການຈັດຕັ້ງຢ່າງເປັນທາງການເມື່ອວັນທີ 25 ມີນາ 2021 ໂດຍມີ 6 ພະແນກ, ມີພະນັກງານທັງໝົດ 46 ທ່ານ ( ຍິງ 17 ທ່ານ ) ໃນນັ້ນໄປຮຽນຕໍ່ຍາວນານ 7 ທ່ານ.
2.ປັດຈຸບັນພວກເຮົາກໍາລັງຄົ້ນຄວ້າແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງຮອງຫົວໜ້າກົມ ຕາມພາລະບົດບາດຂອງຂໍ້ຕົກລົງໃໝ່.
3.ສະເໜີແຕ່ງຕັ້ງຫົວໜ້າພະແນກຄືນໃໝ່ ລວມທັງຊັບຊ້ອນພະນັກງານໃຫ້ສອດຄ່ອງກັບພາລະບາດບົດ.
4.ໄດ້ອອກມະຕິຕົກລົງຂອງຄະນະພັກກົມ ວ່າດ້ວຍການແບ່ງຄວາມຮັບຜິດຊອບຊີ້ນໍາໃຫ້ຂອງບັນດາຮອງຫົວໜ້າກົມເປັນທີ່ຮຽບຮ້ອຍແລ້ວ. ຄົ້ນຄວ້າສະເໜີ 6 ໜ່ວຍພັກເຂົ້າດ້ວຍກັນ ເພາະວ່າພວກເຮົາຍັງມີຮອງເລຂາຢູ 2 ທ່ານ ແລະ ປະທານກວດກາ 2 ທ່ານ
5.ກະກຽມຄວາມພ້ອມລະອຽດ ໃນການຈັດການແຂ່ງຂັນກີລາຄົນພິການທົ່ວປະເທດ ຄັ້ງທີ 3 ທີ່ແຂວງຫຼວງພະບາງ ຕາມມະຕິຕົກລົງແມ່ນຈະຈັດການແຂ່ງຂັນລະຫວ່າງວັນທີ 4-9 ຕຸລາ 2021, ສ່ວນພິທີເປີດ-ປີິດແມ່ນຈະຈັດຂຶ້ນໃນວັນດຽວກັນຄືວັນທີ 10 ຕຸລາ 2021 ເຊິ່ງປັດຈຸບັນແມ່ນກໍາລັງຢູ່ໃນຂັ້ນກະກຽມແຕ່ງຕັ້ງຄະນະກໍາມະການຕ່າງໆ ໂດຍສົມທົບກັບ ຄະນະກໍາມະການພາລາແລມປິກແຫ່ງຊາດລາວ.

6.ຄົ້ນຄວ້າພິຈາລະນາເຂົ້າຮ່ວມການແຂ່ງຂັນກິລາຍົກນໍ້າໜັກຄົນພິການ ຊີງແຊັມໂລກ 2021 ທີ່ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 3-9 ພຶດສະພາ 2021 ເພື່ອເກັບຄະແນນເຂົ້າຮ່ວມ ໂອແລມປິກ 2020.
7.ຄົ້ນຄວ້າຄໍາແນະນໍາຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບກິດຈະກໍາຫັດກາຍຍະບໍລິຫານກາງໂມງຫຼິ້ນກີລາ ໂດຍຈະປັບປຸງມາດຕະການຕ່າງໆໃຫ້ສອດຄ່ອງກັບປັດຈຸບັນ ແລະ ພະຍາຍາມໃຫ້ໄດ້ 50% ຂອງພົນລະເມືອງລາວໃຫ້ໄດ້ຫັດກາຍຍະບໍລິຫານ.
8.ການກຽມຜ່ານນິຕິກໍາ 4 ສະບັບ
9.ຈັດການແຂ່ງຂັນກີລາບານເຕະ ນັກຮຽນມັດທະຍົມທົ່ວປະເທດ ອາຍຸບໍ່ເກີນ 17 ປີຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໂດຍການໃຫ້ການສະໜັບສະໜູນຈາກບໍລິສັດ ໂຄຄາ-ໂຄລາ ເຊິ່ງປັດຈຸບັນແມ່ນສໍາເລັດໄປແລ້ວ 5 ເມືອງໃນຮອບຄັດເລືອກ ເຊິ່ງຫຼັງຈາກຄັດໄດ້ທີມ ຈາກພາກເໜືອ, ພາກກາງ ແລະ ພາກໃຕ້ ແມ່ນຈະມາແຂ່ງຂັນຮອບສຸດທ້າຍລະຫວ່າງວັນທີ 13-16 ພຶດສະພາ 2021 ທີ່ເດີ່ນລ້ານຊ້າງ ບ້ານໜອງໄຮ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
10.ສືບຕໍ່ຂຽນໜັງສືສະເໜີຂໍການອະນຸມັດເປັນເຈົ້າພາບກີລານັກຮຽນອາຊຽນ ໃນປີ 2024

11.ສືບຕໍ່ສົມທັບກັບ ແຂວງສາລະວັນ ໃນການສືບຕໍ່ເປັນເຈົ້າພາບຈັດການແຂ່ງຂັນກີລານັກຮຽນທົ່ວປະເທດ ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2022 ໂດຍສະເພາະກະກຽມສະໜາມເປີດ-ປິດ.

ຢ່າງໃດກໍຕາມຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໃນສປປລາວ ກໍຄາດວ່າຈະກຳທົບຕໍ່ແຜນກິດຈະກຳຫຼາຍຢ່າງພໍສົມຄວນ.
ຂ່າວ: ຄໍາສອນ; ຮູບຈາກ: ກິລາບານເຕະຄົນພິການຕາລາວ Blind Football Laos