ແຂວງ ໄຊຍະບູລີ ກຽມພ້ອມຮອບດ້ານ ເພື່ອຮັບມື ແລະ ຕອບໂຕ້ກັບພະຍາດໂຄວິດ-19

827

ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກ ສາທາລະນະສຸກແຂວງ, ຮອງຄະນະສະເພາະກິດ ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງວັນທີ 24 ເມສາ ທີ່ພະແນກສາທາລະນະສຸກແຂວງ.

ທ່ານໄດ້ຍົກໃຫ້ເຫັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ສະເພາະແຂວງ ໄຊຍະບູລີ ໃນວັນທີ 24 ເມສາ 2021 ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເຊັ່ນ: ໄດ້ເກັບຕົວຢ່າງມາກວດ, ການຕິດຕາມຈຳນວນຄົນເຂົ້າ-ອອກດ່ານ ຈໍານວນສະສົມທັງໝົດ 14.635 ຄົນ ຍີງ 1003 ຄົນ, ມີແຮງງານລາວທີ່ລັກລອບເຂົ້າມາບໍ່ຖືກຕ້ອງສະສົມທັງໝົດ 494 ຄົນ,ຍິງ 203 ຄົນ.

ສູນກັກກັນ ແລະ ສະຖານທີກັກກັນທົ່ວແຂວງໃນປະຈຸບັນມີ 2 ແຫ່ງ ມີຜູ້ຖືກກັກກັນໃນວັນທີ24 ເມສາ ຈຳນວນ 12 ຄົນ ຍິງ 6 ຄົນ, ໃນນັ້ນແມ່ນສູນກັກກັນຂອງເມືອງປາກລາຍ 1 ແຫ່ງ ຊຶ່ງລວມມີຜູ້ກັກກັນທັງໝົດ 12 ຄົນ,ຍິງ 6 ຄົນ. ນອກນັ້ນຍັງໄດ້ນໍາໃຊ້ໂຮງແຮມ ແລະ ບ້ານພັກເປັນບ່ອນກັນກັນຊຶ່ງມີແຮງງານຕ່າງປະເທດຢູ່ສູນກັກກັນ 2 ແຫ່ງ ລວມມີຜູ້ກັກກັນທັງໝົດ 28 ຄົນ, ຍິງ 3 ຄົນ.

ສໍາລັບຂ່າວອອນລາຍສື່ຕ່າງໆໃນວັນທີ 22 ເມສາ 2021 ວ່າ ແຂວງ ໄຊຍະບູລີ ມີຜູ້ຕິດເຊື້ອນັ້ນແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ ແລະ ຜູ້ກ່ຽວເອງກໍໄດ້ອອກມາຂໍໂທດຕໍ່ການຈັດຕັ້ງ, ສັງຄົມ ແລະ ແກ້ຂ່າວແລ້ວ ພາຍຫຼັງມີການຖະແຫຼງຂ່າວຂອງສູນກາງໄດ້ຍັ້ງຍືນ.

ທ່ານ ດຣ ຄູນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ ໄຊຍະບູລີ ໄດ້ກ່າວວ່າ: ສໍາລັບອາຄານສະຖານທີ່ປິ່ນປົວ ແລະ ກັ່ນກອງຜູ້ທີ່ຕິດໂຄວິດ( ຖ້າມີ ) ທາງໂຮງໝໍແຂວງແມ່ນໄດ້ກໍານົດ ອາຄານ 2 ຊັ້ນ, ຊັ້ນທີ1 ມີ 4 ຫ້ອງ ມີ 10 ຕຽງ, ແຕ່ລະຫ້ອງແມ່ນມີຫ້ອງນໍ້າຕິດພ້ອມ, ໃຊ້ສໍາລັບປິ່ນປົວຜູ້ຕິດເຊື້ອ. ຊັ້ນທີ 2 ມີ 8 ຫ້ອງ ມີ 8 ຕຽງ, ໃຊ້ສໍາລັບກັກກັນບຸກຄະລາກອນທີ່ມາຈາກເຂດລະບາດເພື່ອລໍຖ້າກວດຫາເຊື້ອ 2 ຄັ້ງ, ແຕ່ລະຄັ້ງຫ່າງກັນ 7 ວັນ.

ໄດ້ແຕ່ງຕັ້ງທ່ານໝໍ ແລະ ພະຍາບານທີ່ຮັບຜິດຊອບປິ່ນປົວພະຍາດດັ່ງກ່າວຢ່າງຄົບຊຸດ, ພາຫະນະຮັບ-ສົງຄົນເຈັບ, ນອກນີ້ກໍໄດ້ກໍານົດທາງເຂົ້າ-ອອກໂຮງໝໍ, ຜູ້ທີ່ຈະເຂົ້າ-ອອກແມ່ນໄດ້ຜ່ານການກັ່ນກອງຢ່າງລະອຽດເຊັ່ນ: ແທກອຸນຫະພູມ, ລ້າງມື ແລະ ໃຫ້ໃສ່ຜ້າປິດປາກ, ການກວດຫາພະຍາດແມ່ນສາມາດກວດໄດ້ແຕ່ມີຂີດຈໍາກັດ, ກວດໄດ້ວັນລະ 8 ຕົວຢ່າງເທົ່ານັ້ນ ແລະ ຈະມີການເສີມອຸປະກອນການກວດອອກອີກໃຫ້ໄດ້ວັນລະຫຼາຍຮ້ອຍຄົນ.

ເວົ້າລວມແລ້ວແຂວງ ໄຊຍະບູລີ ແມ່ນມີຄວາມພ້ອມເພື່ອຕອບໂຕ້ກັບພະຍາດດັ່ງກ່າວ, ຕອນທ້າຍທັງ 2 ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວແຂວງຢ່າຫຼົງເຊື່ອຂ່າວປອມທາງອອນລາຍ, ພ້ອມທັງສືບຕໍ່ປະຕິບັດຢ່າງເຂັ້ມງວດຕໍ່ມາດຕະການຂອງຄະນະສະເພາະກິດວາງອອກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ