ຖືເປັນສິ່ງທີ່ເໜືອຄວາມຄາດໝາຍ ເມື່ອ ເຈສຊີ ລິນກາດ ຍ້າຍຈາກ ແມນເຊັສເຕີ ຢູໄນເຕັດ ທີ່ຖືວ່າເປັນສ່ວນເກີນຂອງທີມ ແຕ່ເມື່ອໄດ້ຍ້າຍທີມກັບໄປລະເບີດຟອມເກັ່ງກັບ ເວສແຮມ ຢູໄນເຕັດ.
ລິນກາດ ປັດຈຸບັນອາຍຸ 28 ປີກ່ອນໜ້ານີ້ຢູ່ກັບ ແມນເຊັສເຕີ ຢູໄນເຕັດ ສ້າງຜົນງານໄດ້ຢ່າງໜ້າຜິດຫວັງ ແລະ ຖືກວິຈານຢ່າງໜັກ ບວກກັບໄລຍະລ໊ອກດາວຈາກ ໂຄວິດ-19 ຈົນເຮັດໃຫ້ລາວເປີດໃຈວ່າ: ໄລຍະລ໊ອກດາວ ຂ້ອຍຕັດສິນໃຈຈະເລີກຫຼິ້ນບານເຕະ ແຕ່ໃນທີ່ສຸດແລ້ວໄຟແຫ່ງການຕໍ່ສູ້ຂ້າງໃນກໍພາຂ້ອຍກັບມາອີກຄັ້ງ.
ຢ່າງໃດກໍຕາມ, ການຍ້າຍມາຢູ່ກັບ ເວສແຮມ ຢູໄນເຕັດ ກາຍເປັນແສງໄຟໃໝ່ໃຫ້ກັບ ລິນກາດ ເມື່ອລົງສະໜາມ 10 ນັດທໍາອິດຍິງໄປ 9 ປະຕູ ຈົນເຮັດໃຫ້ ເວສແຮມ ຢູໄນເຕັດ ແຊງຂຶ້ນໄປຢູ່ອັນດັບ 5 ຂອງຕາຕະລາງຄະແນນລວມລວມທັງມີລຸ້ນໄປ ຢູຟາ ແຊັມປ້ຽນລີກ ໃນໂຄ້ງສຸດທ້າຍຂອງລະດູການອີກ ຈົນເຮັດໃຫ້ລາວໄດ້ຮັບຄໍາຍ້ອງຍໍຈາກແຟນບານ ແລະ ນັກເຕະເພື່ອນຮ່ວມທີມກັບມາໄວ້ໃຈໄດ້ອີກຄັ້ງ.