ຂົວຫ້ວຍຕະປຸງ ເມືອງເລົ່າງາມ ແຂວງສາລະວັນ ຫຼັກຈາກລົດ10ລໍ້​ ບັນທຸກຫີນຂົບ ໜັກ36 ໂຕນ

947

24 ເມສາ 2021 ເວລາ11:30 ໂມງເຊົ້າ, ຄົນຂັບຊື່ ທ້າວ​ຄຳພອງ ສີສະຫວາດ ບ້ານໂພນ ເມືອງແປກ ແຂວງຊຽງຂວງ ເຊິ່ງຜູ້ກ່ຽວໄດ້ໄປແກ່ຫີນມາຈາກບໍລິສັດ​ ວັນລອງ ບ້ານສັນທົ່ງ ເມືອງເລົ່າງາມ ມີນຳ້ໜັກທັງລົດ ແລະຫີນລວມ 36 ໂຕນ​ ກຽມມຸ່ງໜ້າໄປສົ່ງຫີນຢູ່ເມືອງປາກຊ່ອງແຂວງຈຳປາສັກ.

ເມື່ອໄດ້ມາຮອດກາງຂົວຫ້ວຍຕະປຸງ ເມືອງເລົ່ງງາມ ແຂວງສາລະວັນ ຈິງເຮັດໃຫ້ຂົວຫັກລົງທັນທີ,​ ເຮັດໃຫ້ການສັນຈອນໄປມາບໍ່ໄດ້ຫຼາຍຊົ່ວໂມງ,​ ຕໍ່ມາເຈົ້າໜ້າທີ່ໆກ່ຽວຂ້ອງຂອງລັດໄດ້ມີການປະສານກັນ ແລະຂົນຫີນໃນລົດຜູ້ກ່ຽວອອກ ແລະດືງລົດຄັນດັ່ງກ່າວອອກ​ ແລະສ້ອມແປງທາງເວັ້ນຊົ່ວຄາວຈິ່ງເຮັດໃຫ້ການສັນຈອນໄປ-ມາໄດ້.

.

ຂ່າວ-ພາບ: ນັກຂ່າວເມືອງເລົ່າງາມ