ກອງປະຊຸມລັດຖະບານເດືອນເມສາ   ໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສົມຄວນເພີ່ມມາດຕະການຄືແນວໃດ

1207

ໃນຕອນບ່າຍຂອງວັນທີ 23 ເມສາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ ຖະແຫຼງຂ່າວຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ທ່ານໄດ້ກ່າວວ່າ: ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍອະນຸຍາດຖະແຫຼງຜົນກອງປະຊຸມສະ ໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ແລະ ໄດ້ອັດລົງ ໃນຕອນແລງວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ 7 ເອກະສານທີ່ສຳຄັນ ໂດຍສະເພາະໄດ້ພິຈາລະນາຮ່າງເອກະສານ ກ່ຽວກັບການເພີ່ມທະວີ ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະ ພາບສູງ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໃນໄລຍະໃໝ່: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານດັ່ງກ່າວ ມອບໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ, ຫຼັກສູດການຮຽນ-ການສອນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມຈະແຈ້ງ, ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້.

ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ແລ້ວລາຍງານຄືນຢ່າງທັນການ ສົມຄວນເພີ່ມມາດຕະການຄືແນວໃດ; ປະເມີນຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດ ເປັນຕົ້ນ ສະຖານທີ່ກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ປິ່ນປົວຄົນເຈັບ, ນໍ້າຢາກວດຫາເຊື້ອພະຍາດ, ຢາສັກປ້ອງກັນພະຍາດ, ອຸປະກອນການແພດ ແລະ ຄວາມຕ້ອງການດ້ານອື່ນໆ.

ໃຫ້ຂະແໜງສາທາລະນະສຸກ ເລັ່ງສັກຢາກັນພະຍາດ ໃຫ້ໄວ; ໃຫ້ບັນດາຂະແໜງການ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ທີ່ຕິດພັນກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍມີການປະສານສົມທົບກັນ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ, ປະສິດທິຜົນ, ເຂັ້ມງວດ ແລະ ເດັດຂາດ.

ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈະລົງຕິດຕາມຊຸກຍູ້, ໃຫ້ກຳລັງໃຈ ພະນັກງານແພດ-ໝໍ, ກວດກາ ແລະ ຊີ້ນຳວຽກງານ ການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໂຮງໝໍ, ສະຖານທີ່ເກັບຕົວຢ່າງ ແລະ ສະຖານທີ່ຈຳກັດບໍລິເວນຕ່າງໆ.