ຄະນະສະເພາະກິດ ຮຽກຮ້ອງໃຫ້ທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການທີ່ວາງອອກ ຢ່າງເຂັ້ມງວດ

682

ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວເຮົາ ສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າຮ້ອຍກວ່າຄົນ.ຕໍ່ກັບສະພາບການດັ່ງກ່າວ  ຄະນະສະເພາະກິດ ໄດ້ຮຽກຮ້ອງ ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ; ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ.

ໃນຕອນບ່າຍວັນທີ23 ເມສາ 2021, ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນວ່າ: ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,292 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ.

ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວເຮົາ ສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າຮ້ອຍກວ່າຄົນ;ບາງປະເທດໃນອາຊີຂອງພວກເຮົາ ກຳລັງພະເຊີນໜ້າກັບການຂາດແຄນເຄື່ອງອົກຊີເຈນ, ຈຳນວນຕຽງກໍ່ບໍ່ພຽງພໍ, ຈຳນວນຄົນເສຍຊີວິດກໍ່ເພິ່ມຂຶ້ນເລື້ອຍໆ ຍ້ອນບໍ່ໄດ້ຮັບການປິ່ນປົວຢ່າງທັນການ ຫຼື ບໍ່ໄດ້ຮັບການປິ່ນປົວເລີຍ

ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ, ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ, ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19

ບົດຮຽນການຕິດເຊື້ອທີ່ຜ່ານມາ ສະແດງໃຫ້ເຮົາເຫັນວ່າ ການລັກລອບເຂົ້າເມືອງ ທີ່ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນກະທົບຢ່າງກວ້າງຂວາງ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ວົງຈອນເສດຖະກິດ-ສັງຄົມ;  ສະນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.

ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.