ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ເຊັນ MOU ກັບລັດຖະບານລາວ ສຶກສາຄວາມເປັນໄປໄດ້ໂຄງການຟື້ນຟູປ່າໄມ້, ພັດທະນາລະບົບນິເວດກະສິກຳຢູ່ເມືອງສະໜາມໄຊ

670

ໃນວັນທີ 7 ເມສາ 2021 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກຳທັນສະໄໝຄົບວົງຈອນຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເນື້ອທີ່ 5.000 ເຮັກຕາ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ຂຶ້ນ ໂດຍອີງຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 58/ນຍ ລົງວັນທີ 30 ມີນາ 2021 ມອບສິດໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຕ່າງໜ້າໃຫ້ແກ່ລັດຖະບານເຊັນສັນຍາໃນຄັ້ງນີ້ ຕ່າງໜ້າໂດຍ ທ່ານ ນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Xie Fei ປະທານບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ແລະ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຫົວໜ້າຫ້ອງວ່າການ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ພາກສ່ວນທີ່ກ່ຽວທັງຝ່າຍລັດຖະບານລາວ ແລະ ຝ່າຍຜູ້ລົງທຶນ ສປ ຈີນ ເຂົ້າຮ່ວມ

ທ່ານ Xie Fei ປະທານບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ກ່າວວ່າ: ການຮ່ວມມືໃນຄັ້ງນີ້ ຖືເປັນຂໍລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ຈະເກີດໝາກຜົນທີ່ສຸດໃນ ການຮ່ວມມືລະຫວ່າງລາວ-ຈີນ, ເປັນໂຄງການຮ່ວມມືດ້ານກະສິກຳທີ່ທັນສະໄໝ ຈຳນວນ 5.000 ເຮັກຕາໃນ ສປປ ລາວ ເຊິ່ງໂຄງການດັ່ງກ່າວແມ່ນລົງທຶນ ແລະ ກໍ່ສ້າງໂດຍ ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ໄດ້ມີການລົງທຶນລວມມີປະມານ 800 ລ້ານຢວນ ເຖິງ 1 ຕື້ຢວນ ແລະ ເປັນການດຶງດູດສາຍຕາຫຼາຍໃນການຮ່ວມມືດ້ານກະສິກໍາ ຈີນ – ລາວ. ທັງນີ້, ໂຄງການນີ້ບໍ່ພຽງແຕ່ເປັນການລົງທຶນຂະໜາດໃຫຍ່ເທົ່ານັ້ນ, ແຕ່ຍັງເປັນບາດກ້າວທີ່ສູງ ແລະ ໜ້າຕິດຕາມ ສຳລັບການຫັນເປັນກະສິກຳທັນສະໄໝ, ພ້ອມທັງມີບົດບາດທີ່ເປັນຕົວແບບ ແລະ ນຳໜ້າໃນການຊຸກຍູ້ການພັດທະນາຄວາມທັນສະໄໝດ້ານກະສິກຳໃນລາວອີກດ້ວຍ, ຫຼັງຈາກໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນທາງບໍລິສັດຈະສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນ ປະມານ 50.000 ຫາ 60.000 ຄົນ ເຊິ່ງມັນຈະບໍ່ພຽງແຕ່ກະຕຸ້ນການພັດທະນາເສດຖະກິດຂອງທ້ອງຖິ່ນໄດ້ເທົ່ານັ້ນ, ແຕ່ຈະຍັງມີບົດບາດໃນທາງບວກຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນເທື່ອລະກ້າວ

ທ່ານ Xie Fei  ໃຫ້ຮູ້ຕື່ມອີກວ່າ: ບໍລິສັດ ເຈ່ຍລັນ ພັດທະນາກະສິກໍາ ແມ່ນບໍລິສັດເຕັກໂນໂລຢີດ້ານກະສິກຳ ຂະໜາດໃຫຍ່ທີ່ມີການກ່ຽວພັນດ້ານການຄົ້ນຄວ້າວິທະຍາສາດ, ການຜະລິດ, ການຂາຍ ແລະ ການບໍລິການດ້ານເຕັກນິກ, ບໍລິສັດຍືດຖືນະວັດຕະກຳເຕັກໂນໂລຢີ, ການຮັກສາສິ່ງແວດລ້ອມສີຂຽວ, ເປັນຈຸດຫຼັກ ແລະ ບໍລິສັດຍັງມີການຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດດ້ານກະສິກຳເຂດຮ້ອນຫຼາຍແຫ່ງໃນທົ່ວໂລດ, ບໍລິສັດໄດ້ມີການສຳຮອງກຸ່ມຜູ້ທີ່ມີພອນສະຫວັນດ້ານກະສິກຳທີ່ມີປະສົບການຫຼາຍ ແລະ ໂຄງການນີ້ ຖືເປັນໂຄງການທຳອິດທີ່ ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈະລິເລີ່ມຕາມແນວທາງ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍພວກເຮົາຈະຍືດໝັ້ນກັບມາດຕະຖານຊັ້ນໜຶ່ງ, ສ້າງພາບພົດຊັ້ນໜຶ່ງ ແລະ ໃຫ້ຜົນຕອບຮັບທີ່ເພີ່ງພໍໃຈແກ່ລັດຖະບານ ແລະ ສັງຄົມລາວ

ທັງນີ້, ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ມີຄວາມຕັ້ງໃຈປະຕິບັດສຸດຄວາມສາມາດເພື່ອໃຫ້ເປັນປະໂຫຍດແກ່ປະຊາຊົນລາວຫຼາຍທີ່ສຸດ ເຊິ່ງບໍລິສັດໄດ້ມີໂຄງການທີ່ຈະສະໜອງລະບົບການສຶກສາ ແລະ ການບໍລິການດ້ານການປິ່ນປົວ ໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ມີແຜນທີ່ຈະສ້າງໂຮງຮຽນປະຖົມແຫ່ງຄວາມຫວັງຈຳນວນ 20 ແຫ່ງ ແລະ ສຸກສາລາທີ່ອຳນວຍຄວາມສະດວກສະບາຍໃຫ້ແກ່ປະຊາຊົນ ຈຳນວນ  20 ແຫ່ງ ໃຫ້ສໍາເລັດພາຍໃນໄລຍະເວລາ 5 ປີ ເພື່ອເປັນການສ້າງສິ່ງທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນລາວ ຢ່າງແທ້ຈິງພ້ອມທັງປະກອບສ່ວນໃນການສົ່ງເສີມມິດຕະພາບລະຫວ່າງປະຊາຊົນລາວ ແລະ ປະຊາຊົນຈີນ