ຊ້າງນ້ອຍ ກັບ ກອງທັບ ສົມຫວັງໃນລາວລີກ 1 ອາທິດທໍາອິດ, 7 ປະຕູເກິີດຂຶ້ນຈາກ 6 ນັກເຕະ(ຄລິບ)

362

ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ເປີດສາກຂຶ້ນຢ່າງເປັນທາງການ ເມື່ອວັນທີ 27 ມີນາ 2021 ປາກົດວ່າ: ຊ້າງນ້ອຍ ເອັຟຊີ ກັບ ກອງທັບ ເອັຟຊີ ສົມຫວັງສາມາດເກັບໄຊຊະນະນັດທໍາອິດໄປຕາມທີ່ຄາດໝາຍໄວ້ໄດ້ສໍາເລັດ ເຊິ່ງອາທິດທໍາອິດມີປະຕູເກີດຂຶ້ນ 7 ໜ່ວຍຈາກ 2 ນັດ.

ລາວລີກ 1 ອາທິດທໍາອິດຄູ່ເອກເປັນການພົບກັນລະຫວ່າງ ເອັສຣາ ເອັຟຊີ ເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດລາວ ທ່າມກາງແຟນບານເຂົ້າຊົມຢ່າງຫຼວງຫຼາຍນັດດັ່ງກ່າວເຫັນໄດ້ວ່າ: ເຄິ່ງເວລາທໍາອິດ ທັງສອງທີມຫຼິ້ນໄດ້ຢ່າງສູສີ ແລະ ຕ່າງຝ່າຍຕ່າງມີໂອກາດແຕ່ເປັນ ຊ້າງນ້ອຍ ເອັຟຊີ ທີ່ເຮັດໄດ້ດີກວ່າໄດ້ປະຕູທໍາອິດຈາກ ບຸນພະຈັນ ບຸນກອງ ນາທີໆ 40.

ສ່ວນເຄິ່ງເວລາທີ 2 ຊ້າງນ້ອຍ ໄດ້ 2 ປະຕູລວດຈາກ ບຸນພະຈັນ ບຸນກອງ ນາທີໆ 46 ແລະ Coulibaly Souleymane ນາທີໆ 71 ກ່ອນທີ່ໄລຍະຕໍ່ເວລາບາດ ອານັນຕະຊາ ສີພົງພັນ ໂໝ່ງປະຕູຕີໄຂ່ແຕກໃຫ້ກັບ ເອັສຣາ ເອັຟຊີ ໄລ່ມາເປັນ 1-3 ຈົບເກມ ຊ້າງນ້ອຍ ເອັຟຊີ ເອົາຊະນະ ເອັສຣາ ເອັຟຊີ 3-1 ເກັບ 3 ຄະແນນທໍາອິດໄປຄອງໄດ້ຕາມເປົ້າ ເພາະເປົ້າໝາຍປີນີ້ຂອງ ຊ້າງນ້ອຍ ຄືແຊັມລາວລີກ 1.

ຂະນະທີ່ ອີກຄູ່ໜຶ່ງທີ່ສະໜາມກີລາກອງທັບ ຫຼັັກ 5 ກອງທັບ ເອັຟຊີ ແຊັມລາວລີກ 2 ລະດູການ 2020 ສາມາດພິກເອົາຊະນະ ວຽງຈັນ ເອັຟຊີ 2-1 ຈາກການຍິງຂອງ ຕຽງຄຳ ບຸນຍະໄຊສີ ນາທີ 23 ແລະ ພູທອນ ອີນນະໄລ ນາທີ 27 ຫຼັງຈາກທີ່ ວຽງຈັນ ເອັຟຊີ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ ສອນໄຊ ພັນທະໄຊ ນາທີ 16 ເຮັດໃຫ້ ກອງທັບ ເອັຟຊີ ໄຊຊະນະໄດ້ໄປຕາມຄາດ ເພາະກ່ອນແຂ່ງຂັນຄູຝຶກອອກມາເປີດເຜີຍວ່າໝັ້ນໃຈຈະເກັບ 3 ຄະແນນໃຫ້ໄດ້.

ຈາກຜົນການແຂ່ງຂັນອາທິດທໍາອິດ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ຢູ່ອັນດັບ 1 ຂອງຕາຕະລາງຄະແນນລວມ ຈາກການມີ 3 ຄະແນນເທົ່າກັບ ກອງທັບ ເອັຟຊີ ແຕ່ຜົນປະຕູໄດ້ເສຍດີກວ່າ, ສ່ວນ ເອັຟຊີ ຈັນທະບູລີ ຍັງບໍ່ທັນໄດ້ລົງແຂ່ງຂັນຈັກນັດ ຢູ່ອັນດັບ 3 ຂອງຕາຕະລາງຄະແນນລວມ ແລະ ວຽງຈັນ ເອັຟຊີ ກັບ ເອັສຣາ ເອັຟຊີ ເສຍນັດທໍາອິດທັງສອງທີມຢູ່ອັນດັບ 4 ແລະ 5 ຂອງຕາຕະລາງຄະແນນລວມຕາມລໍາດັບ.

ສໍາລັບ ຕາຕະລາງແຂ່ງຂັນອາທິດນີ້ວັນທີ 3 ເມສາ 2021 ເວລາ 15:30 ໂມງມີດັ່ງນີ້:
-ວຽງຈັນ ເອັຟຊີ ພົບ ເອັຟຊີ ຈັນທະບູລີ ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ
-ກອງທັບ ເອັຟຊີ ພົບ ເອັສຣາ ເອັຟຊີ ທີ່ສະໜາມກີລາກອງທັບ ຫຼັກ 5