ເຈົ້າແຂວງໆອັດຕະປື ພ້ອມຄະນະ ລົງພື້ນທີ່ ຊຸກຍູ້ວຽກງານຢູ່ ເມືອງໄຊເສດຖາ.

344

ການລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ຮາກຖານ ຢູ່ຂັ້ນເມືອງ, ຂັ້ນບ້ານ ຂອງຄະນະນໍາຂັ້ນແຂວງ ຖືວ່າເປັນວາລະການເຄື່ອນໄຫວວຽກງານ ທີ່ສໍາຄັນ ແລະ ຖືກຕ້ອງ ສອດຄ່ອງທີ່ສຸດ ເພາະໄດ້ແຖດເຖິງຮາກຖານພໍ່ແມ່ປະຊາຊົນ, ຮັບຮູ້ເຂົ້າໃຈຈະແຈ້ງ ແລະ ເຫັນສະພາບການຕົວຈິງ ເພື່ອພ້ອມກັນຊຸກຍູ້ສົ່ງເສີມພັດທະນາດ້ານດີ ແລະ ແກ້ໄຂດ້ານຄົງຄ້າງ ຮ່ວມກັນ, ໂດຍສະເພາະແມ່ນຊຸກຍູ້ການຈັດຕັ້ງປະຕິບັດມະຕິ X ຂອງພັກ, ຂອງແຂວງ ແລະ ມະຕິ VIII ຂອງເມືອງ, ແຜນພັດທະ ນາເສດຖະກິດ-ສັງຄົມຂອງເມືອງໄຊເສດຖາ ໃຫ້ບັນລຸຕາມຄາດໝາຍ.


ການລົງຊຸກຍູ້ວຽກງານຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 25 ມີນາ ທ້າຍອາທິດຜ່ານມາ, ເຊິ່ງນໍາໂດຍ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອັດຕະປື ພ້ອມດ້ວຍຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ໄດ້ຮັບກຽດຕ້ອນຮັບຂອງ ທ່ານ ອຸດສະຫະ ກົມມະເມືອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງໄຊເສດຖາ ພ້ອມຄະນະ.


ການເຄື່ອນໄຫວດັ່ງກ່າວ ໄດ້ປະຊຸມປຶກສາຫາລືວຽກງານ ຮ່ວມກັບຄະນະພັກ-ຄະນະນໍາຂອງເມືອງ ຂຶ້ນທີ່ສະ ໂມສອນຂອງເມືອງໄຊເສດຖາ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຮອບ ດ້ານ ແລະ ສະພາບພົ້ນເດັ່ນຂອງເມືອງ ໃນໄລຍະຜ່ານມາ ເປັນຕົ້ນ: ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ສະໄໝທີ VIII ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງເມືອງໄຊເສດຖາ ເຊິ່ງມີທັງດ້ານດີ, ຂໍ້ສະດວກ, ຂໍ້ຄົງຄ້າງ, ດ້ານອ່ອນ ແລະ ສິ່ງທ້າທາຍຫຼາຍປະການ; ແຕ່ດ້ວຍນ້ຳໃຈບຸກທະລຸ ຢ່າງແຂງ ແຮງ ຂອງຄະນະນໍາທຸກຂັ້ນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັ່ງຫວະໄວສົມຄວນ ເຊີ່ງສະແດງອອກໃນຍອດລາຍຮັບຕົວຈິງຂອງປະຊາຊົນ 290 ຕື້ກີບ, ການຂະຫຍາຍຕົວຂອງເສດຖະກິດໄດ້ປະມານ 4,3% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 8.055.273 ກີບ ຫຼື ເທົ່າກັບ 868 ໂດລາຕໍ່ຄົນຕໍ່ປີ, ໂຄງການລົງທຶນມີທ່າອ່ຽງເພີ່ມຂຶ້ນ ໃນນີ້ການລົງທຶນຂອງປະຊາ ຊົນ ປະຕິບັດໄດ້ 4,306 ລ້ານກວ່າກີບ ເປັນຕົ້ນແມ່ນການປູກ-ການລ້ຽງ, ການຄ້າ ແລະ ການບໍລິການ.

ພ້ອມນັ້ນໄດ້ສຸມໃສ່ປະຕິບັດຕາມ 4 ແຜນງານທີ່ເມືອງວ່າງອອກ ໂດຍມີແຜນງານຄ້ຳປະກັນສະບຽງອາຫານ ເຊິ່ງໄດ້ສຸມໃສ່ການຜະລິດລະດູແລ້ງໃນ 5 ໂຄງການແຜນ 397 ເຮັກຕາ; ແຜນງານຜະລິດເປັນສິນຄ້າ ສຸມໃສ່ການປູກອ້ອຍກົນໄກ 2+3, ປູກເຂົ້າ ແລະ ປູກພືດຜັກຊະນິດຕ່າງໆ; ແຜນງານຟື້ນຟູປ່າ ແລະ ແຜນງານແກ້ໄຂຄວາມທຸກຍາກ. ໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາຄິດເຫັນ ຕາມຂົງເຂດຂະແໜງການຮັບຜິດຊອບ ດ້ວຍຄວາມເປັນເຈົ້າການ ເພື່ອເປັນທິດທາງ, ແຜນການ ໃນການພັດທະນາຕໍ່ໄປ. ໃນຕອນທ້າຍກອງປະຊຸມໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຂອງທ່ານປະທານ ໂດຍເນັ້ນໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ, ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແກ້ໄຂບັນຫາປະກົດການຫຍໍ້ທໍ້, ເອົາໃຈໃສ່ເຮັດວຽກງານແນວຄິດໃຫ້ເລິກເຊິ່ງເຖິງຖ່ອງ ແລະ ລົງກໍ່ສ້າງຮາກຖານການເມືອງປົກກະຕິ-ຕໍ່ເນື່ອງ, ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນຢ່າງໃກ້ສິດ ເຮັດການຜະລິດກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາ ໃຫ້ຫຼາຍ ກາຍເປັນສິນຄ້າ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເປັນເຈົ້າການຢ່າງຈິງຈັງ ໃນການວາງແຜນພັດທະນາ ແລະ ແກ້ໄຂບັນຫາ ຄົງຄ້າງຕ່າງໆ ບົນພື້ນຖານສິດໜ້າທີ່ ແລະ ຄວາມຮັບຜິດຊອບ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອພ້ອມກັນສຸມໃສ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ.
ນັກຂ່າວ: ໂບ້ ຫ້ອງວ່າການແຂວງ