ເບິ່ງບົດຮຽນຂັ້ນຕອນການປູກ ແລະ ບົວລະບັດຜັກບົ່ວ

213

ຜັກບົ່ວເປັນຜັກທີ່ຄົນນິຍົມກັນບໍລິໂພກ, ເປັນພືດທີ່ປູກງ່າຍ, ປະຊາຊົນລາວສ່ວນຫຼາຍມັກປູກໄວ້ກິນເອງ ແລະ ປູກຂາຍສາມາດສ້າງລາຍໄດ້ເປັນຢ່າງດີ ເຊິ່ງຄົນນິຍົມບໍລິໂພກ ແລະ ນຳມາປຸງແຕ່ງໃສ່ອາຫານໄດ້ຫຼາຍປະເພດ ບໍ່ວ່າຈະເປັນລາບ, ແກງ ແລະ ອາຫານປະເພດອື່ນໆ. ຄໍລຳກະສິກຳມື້ນີ້ຈະນຳພາທ່ານຜູ້ອ່ານມາຮູ້ຈັກເຕັກນິກທີ່ງ່າຍດາຍ ໃນການປູກຜັກບົ່ວ ຈາກໄວໜຸ່ມທີ່ມີໃຈພຽນໃນການເຮັດກະສິກຳ.

ເອ ວົງໄຊ ອາຍຸ 20 ປີ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຜີຍເຕັກນິກວິທີປູກຜັກບົ່ວ ວ່າ: ກ່ອນປູກຜັກບົ່ວຕ້ອງຊອກຊື້ແນວພັນທີ່ຈຳໜ່າຍໃນທ້ອງຕະຫຼາດ ຫຼື ອາດຈະເປັນແນວພັນທີ່ເຮົາໄດ້ເກັບໄວ້ຫຼັງຈາກເຮົາເກັບກ່ຽວມັນໄວ້, ຕ້ອງເລືອກແນວພັນທີ່ດີ ແລະ ບໍ່ເປັນເຊື້ອຣາ. ຫຼັງຈາກທີ່ເຮົາໄດ້ແນວຜັກບົ່ວມາແລ້ວ ຄວນເອົາມາປາດຫົວຜັກບົ່ວເພື່ອເຮັດໃຫ້ມັນປົ່ງງ່າຍ ແລະ ໄວຂຶ້ນ. ກ່ອນຈະນຳເອົາຫົວຜັກບົ່ວລົງດິນຄວນໄຖດິນປະໄວ້ ປະມານ 1 – 2 ມື້, ຈາກນັ້ນເຮົາກໍມາຄາດເພື່ອປັບປຸງດິນແປງໃຫ້ເປັນໜານ ເພາະຈະເຮັດໃຫ້ມີຄວາມສະດວກສະບາຍໃນເວລາທີ່ເຮົາປູກແລ້ວ, ຈາກນັ້ນກໍໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມຮອງພື້ນທົ່ວໜານຜັກບົ່ວຫຼາຍສົມຄວນ ແລະ ແປງໜານໃຫ້ກວ້າງ, ຍາວຕາມຂະໜາດທີ່ເໝາະສົມຂອງເຮົາ.

อาจเป็นรูปภาพของ พื้นหญ้า

ຫຼັງຈາກນັ້ນ, ເຮົາກໍເອົາແນວຫົວຜັກບົ່ວທີ່ເຮົາໄດ້ກະກຽມໄວ້ແລ້ວນັ້ນ, ປູກລົງໃນໜານ, ໃນເວລາທີ່ເຮົາປູກຄວນສະເລ່ຍເບິ່ງວ່າໃສ່ຫົວຜັກບົ່ວປະມານ 4 – 5 ຫົວຕໍ່ແຖວ, ເມື່ອປູກສຳເລັດແລ້ວກໍອາດນຳເອົາແກບ ຫຼື ເຟືອງປົກໃຫ້ບາງໆ ເພື່ອຮັກສາຄວາມຊຸ່ມຂອງໜານຜັກ; ຫຼັງຈາກທີ່ປູກແລ້ວປະມານ 3 – 4 ມື້ ກໍຈະສັງເກດເຫັນຫົວຜັກບົ່ວເລີ່ມປົ່ງພົ້ນໜ້າດິນ.

อาจเป็นรูปภาพของ พื้นหญ้า

ໃນການບົວລະບັດຮັກສາຕ້ອງເລີ່ມຈາກການເຮັດຮົ້ວປ້ອງກັນສັດຈະເຂົ້າມາທຳລາຍໜານຫົວຜັກບົ່ວ, ຈາກນັ້ນກໍແມ່ນການເບິ່ງແຍງໃນໄລຍະປະຈຳວັນ ເຊັ່ນ: ການໃສ່ຝຸ່ນ, ຫົດນ້ຳ, ເສຍຫຍ້າ ແລະ ໃສ່ປຸ໋ຍ ເພື່ອຈະໃຫ້ຕົ້ນພືດມີຄວາມຈະເລີນເຕີບໂຕໄວ, ສາມາດຂາຍໄດ້ໄວ.

อาจเป็นรูปภาพของ ข้อความ

ເອ ເວົ້າອີກວ່າ: ສິ່ງທີ່ສຳຄັນໃນເວລາທີ່ເຮົາປູກຜັກບົ່ວ ຄວນສັງເກດ ແລະ ປ້ອງກັນບໍ່ໃຫ້ເກີດເຊື້ອຣາ ເພາະຈະເຮັດໃຫ້ຕົ້ນພືດບໍ່ມີຄວາມແຂງແຮງ, ເປັນພະຍາດ, ເຮັດໃຫ້ໃບພືດເຫຼືອງ ຈະເຮັດໃຫ້ບໍ່ໄດ້ຮັບຜົນດີ, ສະນັ້ນເຮົາຄວນສີດຢາສະໝຸນໄພບຳລຸງ ເພື່ອໃຫ້ຕົ້ນຜັກບົ່ວມີຄວາມແຂງແຮງ, ທົນທານ ແລະ ສາມາດສົ່ງຂາຍໄດ້ໄວ ເພາະວ່າຜັກບົ່ວໃນໄລຍະນີ້ແມ່ນມີລາຄາສູງ, ກ່ອນຈະເກັບກ່ຽວຜັກບົ່ວເຮົາຄວນສີດຢາບຳລຸງຜັກບົ່ວກ່ອນ 2 – 3 ມື້ ເພື່ອຈະເຮັດໃຫ້ຕົ້ນຜັກບົ່ວຂອງເຮົາໄດ້ຮັບຜົນດີ ແລະ ມີນ້ຳໜັກ.