ສະຫຼອງປີໃໝ່ ພສ 2564 ຕາມນີ້! ຫ້າມຫຼາຍກິດຈະກຳຕ້ອງຮູ້ເພື່ອເຕືອນລູກຫຼານ

650

 

ສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 286 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 25ມີນາ 2021ກ່ຽວກັບການຈັດຕັ້ງສະເຫຼີມສະລອງປີໃໝ່ລາວປະຈຳ ພສ 2564 ໃຫ້ເປັນໄປຕາມຮີດຄອງປະເພນີ ແລະປອດໄພຈາກໂລກໄພ ຕະຫຼອດໄລຍະທີ່ພັກຍາວ 4-5 ວັນ.


ໂດຍອີງຕາມຜົນກອງປະຊຸມປຶກສາຫາລື ຮ່ວມກັບຂະແຫນງການຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນໃນການກະກຽມຈັດງານສະເຫຼີມສະຫຼອງປີໃຫມ່ລາວ ປີ ພສ 2564 (ຄ.ສ 2021) ໃນຄັ້ງວັນທີ 23 ມີນາ 2021 ແລະ ການຕົກລົງ ແລະ ຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 24 ມີນາ 2021.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈິ່ງແຈ້ງການໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການສະເຫຼີມສະຫຼອງໃຫ້ເປັນໄປຕາມຮີດຄອງປະເພນີເທົ່ານັ້ນ ເນື່ອງຈາກບຸນປີໃຫມ່ປະຈໍາ ຊາດເຮົາ ປີ ພສ 2564 (ຄສ 2021) ນີ້ ຍັງມີສະພາບການລະບາດພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວໂລກກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງກັນ, ສະນັ້ນ, ໃນການຈັດຕັ້ງສະຫຼອງປີໃຫມ່ປີນີ້ ທົ່ວປວງຊົນລາວ ບັນດາເຜົ່າຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນໄລຍະ ດ້ວຍຄວາມເປັນເຈົ້າການ ໂດຍເອົາໃຈໃສ່ບາງຈຸດຕົ້ນຕໍ່ດັ່ງນີ້:


ກໍານົດວັນພັກສະຫຼອງປີໃຫມ່ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15 ແລະ 16 ເມສາ 2021; ການຈັດຕັ້ງສະຫຼອງບຸນປີໃຫມ່ລາວໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມເຊິ່ງຈັດ ຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບຸຊາຕ່າງໆ (ການບາສີສູ່ຂວັນ, ການ ສົງພະຕ່າງໆ).
ກິດຈະກໍາທີ່ບໍ່ອະນຸຍາດໃຫ້ດໍາເນີນ ໃນຊ່ວງໄລຍະປີໃຫມ່ປະກອບມີການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະຫນົນຫົນທາງ ແລະ ສະຖານທີ່ຕ່າງໆ: ງານສະແດງດົນຕີ (ຄອນເສີດ), ງານປະ ກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກໍານົດໄວ້);


ອົງການປົກຄອງທຸກຂັ້ນ ສົມທົບກັບກໍາລັງປະກອບອາວຸດຂັ້ນຕົ້ນ ເພີ່ມທະວີລາດຕະເວນຢູ່ຕາມ ບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມສໍານັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກຕາມດ່ານ ຕ່າງໆຢ່າງເຄັ່ງຄັດເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ໄດ້ເປັນປົກກະຕິດີ;


ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະ ຫງົບ, ຄວາມເບືນລະບຽບຮຽບຮ້ອຍໃນສັງຄົມ, ຕໍານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ;
ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດຫນ້າທີ່ຂອງຕົນ ດ້ວຍມາດ ຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃຫມ່ນີ້ຢ່າງເດັດຂາດ;


ໃຫ້ຂະແຫນງອຸດສາຫະກໍາ ແລະ ການຄ້າ ແຕ່ລະຂັ້ນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ ມີຄວາມຫມັ້ນທ່ຽງ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ.