ຕໍ່ໄປນີ້ລູກຄ້າສະຖາບັນການເງິນຊັບທະວີ ສາມາດຊຳລະຄ່າບໍລິການຜ່ານເອັມມັນນີໄດ້ແລ້ວ

310

ພິທີເຊັນສັນຍາແມ່ວ່າດ້ວຍການສະໜອງຂໍ້ມູນ ແລະ ການນໍາໃຊ້ຜະລິດຕະພັນຂອງເອັມມັນນີ (M Money) ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການ ບໍລິສັດ ລາວ ໂມບາຍມັນນີ ແລະ ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ ສະຖາບັນການເງິນ ຊັບທະວີ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ແລະ ຄະນະຜູ້ບໍລິຫານ ສະຖາບັນການເງິນ ຊັບທະວີ ພ້ອມດ້ວຍສື່ມວນຊົນ.


ຈຸດປະສົງຂອງການຈັດພິທີເຊັນສັນຍາຮ່ວມມື ໃນຄັ້ງນີ້ ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບ ສະຖາບັນການເງິນ ຊັບທະວີ ຢ່າງເປັນທາງການ ໃນການຊຳລະຄ່າບໍລິການຕ່າງໆ ແລະ ຮ່ວມທຸລະກິດໃນ ສະຖາບັນການເງິນຊັບທະວີ ຜ່ານບໍລິການ M Money ກະເປົ່າເງິນເທີງມືຖືເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການບໍລິການມີຄວາມສະດວກ ສະບາຍ ປອດໄພ ວອງໄວ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕອນ.


ທ່ານ ທັນສະໄໝ ຊາມຸນຕີ ກ່າວວ່າ: ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະ ມີຄວາມຈໍາເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕອນຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕອນ ໃນ ສປປ ລາວ.


ທ່ານ ນາງ ລາສີ ມີສາວົງ ກ່າວວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນເປັນສັນຍາຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເພື່ອສະໜອງການນຳໃຊ້ການບໍລິການຜະລິດຕະພັນ M Money ເຂົ້າໃນການບໍລິການ ຂອງສະຖາບັນການເງິນຊັບທະວີເຊັ່ນ: ການຕື່ມເງິນ-ຖອນເງິນ, ບໍລິການຊື້ຫວຍ-ຂາຍຫວຍ ພັດທະນາ, ຊຳລະເງິນລາງວັນ, ຊຳລະຄ່າບໍລິການສາທາລະນູປະໂພກ, ຊຳລະສິນເຊື້ອ ແລະ ຜະລິດຕະພັນອື່ນໆ. ພ້ອມຄາດວ່າຫຼັງຈາກນີ້ທາງສະບັນການເງິນ ຈະໄດ້ການບໍລິການສັງຄົມໄດ້ຢ່າງທົ່ວເຖິງ.