ເທສະການຮູບເງົາດີເດັ່ນ ລາວ – ຈີນ ປະຈຳປີ 2021 ໄຂຂຶ້ນຢ່າງເປັນທາງການ

211

ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸສາກົນແຫ່ງປະເທດຈີນ ( CRI ) ປະຈໍາລາວ ໄດ້ຈັດພິທີເປີດເທສະການຮູບເງົາດີເດັ່ນ ລາວ – ຈີນ ປະຈໍາປີ 2021 ຂຶ້ນຢ່າງເປັນທາງການ ທີ່ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 15 ມີນາ 2021 ໂດຍເປັນການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ແສງອາລຸນ ທີ່ປຶກສາສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລາວ – ຈີນ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 500 ກວ່າຄົນ ເພື່ອຊົມຮູບເງົາຈີນທີ່ພາກເປັນພາສາລາວຢ່າງຄຶກຄື້ນ.

ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກ່າວວ່າ: ເທສະການສາຍຮູບເງົາດີເດັ່ນ ລາວ – ຈີນ ປີ 2021 ຈະກາຍເປັນເວທີແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳ ລະຫວ່າງສອງຊາດ ໂດຍຜ່ານການຊົມຮູບເງົາຈີນທີ່ພາກເປັນພາສາລາວ ໂດຍສະເພາະຈະສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຖິງການພັດທະນາເຕັກໂນໂລຊີ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳຈີນເພີ່ມຂຶ້ນ ຜ່ານການຊົມຮູບເງົາດີເດັ່ນທີ່ຈະສາຍໃນມື້ນີ້ ແລະ ສາຍເຄື່ອນທີ່ໄປ 8 ແຂວງ ຂອງ ສປປ ລາວ ໃນລະຫວ່າງວັນທີ 15 ມີນາ ເຖິງ 6 ເມສາ 2021.

อาจเป็นรูปภาพของ 1 คน และกำลังยืน

ທ່ານ ນາງ ແສງແກ້ວ ໂມສຽວຫຼິງ ຫົວໜ້າອຳນວຍການວິທະຍຸສາກົນແຫ່ງປະເທດຈີນ ( CRI ) ປະຈໍາລາວ ໄດ້ກ່າວວ່າ: ສໍາລັບການຈັດເທສະການສາຍຮູບເງົາດີເດັ່ນ ລາວ – ຈີນ ປີນີ້ເປັນຄັ້ງທີ 4 ທີ່ຈັດໃຫ້ມີເທສະການຮູບເງົາດີເດັ່ນ ລາວ – ຈີນ, ສະເພາະຄັ້ງທີ 1 ຈັດຂຶ້ນໃນປີ 2017, ຄັ້ງທີ 2 ຈັດຂຶ້ນປີ 2018 ແລະ ຄັ້ງທີ 3 ຈັດຂຶ້ນໃນປີ 2019. ນອກຈາກສາຍຮູບເງົາດີເດັ່ນ ລາວ – ຈີນ ຄືປີຜ່ານມາແລ້ວ ປີນີ້ຍັງຈະມອບເຄື່ອງສາຍຮູບເງົາ ແລະ ອົບຮົມພະນັກງານວິຊາການໃຫ້ແກ່ບາງແຂວງທີ່ມີເງື່ອນໄຂ ເພື່ອເປັນການເປີດກວ້າງຂອບເຂດການສາຍຮູບເງົາເຄື່ອນທີ່ ແລະ ເຮັດໃຫ້ປະຊາຊົນຢູ່ທ້ອງຖິ່ນນັ້ນໆມີຄວາມອຸດົມສົມບູນທາງດ້ານຈິດໃຈຫຼາຍຂຶ້ນກວ່າເກົ່າ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ເທສະການຮູບເງົາດີເດັ່ນ ລາວ – ຈີນ ປະຈໍາປີ 2021 ໄດ້ມີສິລະປິນທີ່ມີຊື່ສຽງ ແລະ ນັກພາກມືອາຊີບລາວມາຮ່ວມກັນພາກໃຫ້ກັບຮູບເງົາດີເດັ່ນຈີນ ມີ ທ່ານ ແຊ້ມ ວໍລະຈິດ ອິນທະລາພິທັກ, ທ່ານ ນາງ ອາເຣັກຊານດຣ້າ ທິດາວັນ ບຸນຊ່ວຍ ແລະ ທີມພາກລາວຊຸບເປີ ເຊິ່ງຈະມີ 4 ເລື່ອງ ຄື: ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40 ປີຂອງພວກເຮົາ ບວກກັບຮູບເງົາດີເດັ່ນລາວຈຳນວນໜຶ່ງ.

ພາຍຫຼັງພິທີເປີດທີມສາຍຮູບເງົາຍັງຈະອອກເດີນທາງໄປສາຍຮູບເງົາຢູ່ 8 ແຂວງຂອງລາວໂດຍບໍ່ເສຍຄ່າ ຄື: ແຂວງ ຈໍາປາສັກ, ເຊກອງ, ຄໍາມ່ວນ, ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ແລະ ແຂວງຊຽງຂວາງ.

ສໍາລັບເທສະການຮູບເງົາຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 26 ເມສາ 2021 ລວມ 21 ວັນຈຶ່ງຈະສໍາເລັດ, ໃນນັ້ນຈະມອບເຄື່ອງສາຍຮູບເງົາຄົບຊຸດ 3 ຊຸດ ໃຫ້ແຂວງຈໍາປາສັກ, ຫຼວງພະບາງ ແລະ ແຂວງຫົວພັນ ເພື່ອສະໜັບສະໜູນສາຍຮູບເງົາໃຫ້ທ້ອງຖິ່ນ ແລະ ສ້າງຊີວິດດ້ານຈິດໃຈຂອງທ້ອງຖິ່ນໃຫ້ອຸດົມສົມບູນຂຶ້ນດ້ວຍ.