ສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຄຳຂວັນ “ ການນຳເພດຍິງ ແລະ ການບັນລຸຄວາມສະເໝີພາບໃນໄລຍະໂຄວິດ – 19 ”

383

ສູນກາງສະຫະພັນແມ່ຍິງລາວ ຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ພາຍໃຕ້ຄຳຂວັນ “ ການນຳເພດຍິງ ແລະ ການບັນລຸຄວາມສະເໝີພາບໃນໄລຍະໂຄວິດ – 19 ” ຂຶ້ນໃນລະຫວ່າງວັນທີ 16 – 17 ມີນາ 2021 ທີ່ສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ ນະຄອນຫຼວງວຽງຈັນ.

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ໄດ້ໄຂຂຶ້ນເປັນທາງການໃນວັນທີ 16 ມີນາ 2021 ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍ ລິຫານງານສູນກາງສະ ຫະພັນແມ່ຍິງລາວ, ທ່ານ ນາງ ອີນາ ມາຈູລໍນິແຕ ( Ina MARCIULIONYTE ) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພາບເອີຣົບ ປະຈໍາລາວ, ທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາ ( UNDP ) ປະຈຳລາວ, ທ່ານ ນາງ ຈອງຣີ ອິມ ຜູ້ຕາງ ໜ້າອົງການຮ່ວມມືສາກົນ ( KOICA ) ສ.ເກົາຫຼີ ປະຈໍາລາວ ແລະ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

อาจเป็นรูปภาพของ 8 คน และผู้คนกำลังยืน

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນໃນປີນີ້ ສູນກາງສະຫະພັນແມ່ຍິງລາວໄດ້ແຈ້ງການໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ເປັນເຈົ້າການຈັດຕັ້ງຫຼາຍກິດຈະກໍາຢ່າງເປັນຂະບວນກວ້າງຂວາງ ໂດຍອີງໃສ່ສະພາບຈຸດພິເສດຂອງແຕ່ລະພາກສ່ວນ ແລະ ທ້ອງຖິ່ນຕົນ, ສະເພາະສູນກາງສະຫະພັນແມ່ຍິງລາວ ເພື່ອພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ພາຍໃຕ້ຄໍາຂວັນ: “ ການນໍາເພດຍິງ ແລະ ການບັນລຸ ຄວາມສະເໝີພາບໃນໄລຍະໂຄວິດ – 19 ” ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກສະຫະພາບເອີຣົບ ປະຈໍາລາວ, ອົງການ UNDP, ອົງການ UNFPA, ອົງການ KOICA ແລະ ອື່ນໆ ໂດຍໄດ້ມີການຈັດສຳມະນາ 4 ຫົວຂໍ້ ຄື: ການເປັນການນໍາເພດຍິງໃນຂົງເຂດການເມືອງ; ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແມ່ຍິງ; ຜົນກະທົບຂອງໂຄວິດ – 19 ຕໍ່ແມ່ຍິງ, ຊາວໜຸ່ມ ແລະ ເດັກຍິງ; ການສົ່ງເສີມທຸລະກິດຂະໜາດນ້ອຍ – ກາງ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງແມ່ຍິງ ຕິດພັນກັບການສົ່ງເສີມຜະລິດຕະພັນຂອງແມ່ຍິງລາວບັນດາເຜົ່າ, ຕິດພັນກັບຖະແຫຼງການວຽງຈັນ ປີ 2012 ກ່ຽວກັບການສົ່ງເສີມບົດບາດ ຍິງ – ຊາຍ ແລະ ການເປັນຄູ່ຮ່ວມຂອງແມ່ຍິງອາຊຽນ ເພື່ອສິ່ງແວດລ້ອມແບບຍືນຍົງ ແລະ ຕິດພັນກັບການອະນຸຮັກສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ແລະ ຂອງເຜົ່າ, ຊ່ວຍເອົາໃຈໃສ່ສົ່ງເສີມຂະບວນການພັດທະນາ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ສົ່ງເສີມຄວາມສະເໝີພາບຍິງ – ຊາຍ.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง

อาจเป็นรูปภาพของ 16 คน, ผู้คนกำลังยืน และสถานที่ในร่ม

ທ່ານ ນາງ ດາວວອນ ສິມມະວົງ ຮັກສາການຫົວໜ້າສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ ກ່າວວ່າ: ການຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນໃນມື້ນີ້ ໄດ້ໃຫ້ສິດທິແມ່ຍິງລາວບັນດາເຜົ່າມາວາງສະແດງຜະລິດຕະພັນເອື້ອຍນ້ອງແມ່ຍິງທີ່ໄດ້ຜະລິດດ້ວຍຕົນເອງ ແລະ ເປັນການໂຄສະນາໃຫ້ໄດ້ຮັບຮູ້ເຖິງວັດທະນະທຳ, ວິຖີຊີວິດ, ສິນຄ້າຕ່າງໆຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ແລະ ການຈັດງານນີ້ຈະເປັນຜົນປະໂຫຍດຕໍ່ແມ່ຍິງໃນການແລກປ່ຽນວັດທະນະທຳ, ສິນຄ້າເຊິ່ງກັນ ແລະ ກັນທີ່ມີຫຼາກຫຼາຍ ມາຈາກທ້ອງຖິ່ນຕ່າງໆ ແລະ ຕ່າງແຂວງທີ່ໄດ້ມາວາງສະແດງໃນງານ.

[ ຂ່າວ: ກໍລະກົດ; ຮູບ: ສອນໄຊ ]