ແລກປ່ຽນບົດຮຽນວຽກງານທ່ອງທ່ຽວຢູ່ແຂວງອຸດົມໄຊ

157

ພິທີແລກປ່ຽນບົດຮຽນວຽກງານທ່ອງທ່ຽວ ລະຫວ່າງ ຂະແໜງທ່ອງທ່ຽວຈາກພະແນກ ຖວທ ແຂວງອຸດົມໄຊ ກັບ ໜ່ວຍງານທ່ອງທ່ຽວຂອງຫ້ອງການ ຖວທ ເມືອງໄຊ ແຂວງອຸດົມໄຊ ຈັດຂຶ້ນວັນທີ 12 ມີນາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊ.

ການແລກປ່ຽນບົດຮຽນຄັ້ງນີ້ກໍເພື່ອປັບປຸງ, ຍົກລະດັບວຽກງານທ່ອງທ່ຽວທັງຂັ້ນເມືອງ, ຂັ້ນ ແຂວງໃຫ້ມີປະສິດທິພາບ, ສາມາດເຄື່ອນໄຫວໄດ້ຕາມທິດທາງແຜນການ ແລະ ຄາດໝາຍທີ່ກຳນົດໄວ້, ທັງເປັນການພັດທະນາວຽກງານທ່ອງທ່ຽວຂອງແຂວງອຸດົມໄຊ ໃຫ້ມີຄວາມສະດວກ, ໄປໃນທິດທາງດຽວກັນລະຫວ່າງຂັ້ນແຂວງ ກັບ ຂັ້ນເມືອງ, ແນໃສ່ໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຢູ່ພາຍໃນເມືອງໄຊ ກໍຄືແຂວງອຸດົມໄຊ ໃຫ້ນັບມື້ຫຼາຍຂຶ້ນ ພ້ອມທັງສ້າງລາຍຮັບໃຫ້ແຂວງ ກໍຄືປະຊາຊົນຜູ້ປະກອບການກ່ຽວກັບການທ່ອງທ່ຽວ.

อาจเป็นรูปภาพของ 2 คน, ผู้คนกำลังนั่ง และผู้คนกำลังยืน

ເນື້ອໃນສຳຄັນທີ່ຍົກຂຶ້ນມາສົນທະນາ ປະກອບມີ: ວຽກງານພັດທະນາການທ່ອງທ່ຽວ, ຄຸ້ມຄອງການທ່ອງທ່ຽວ, ວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ນອກນັ້ນ, ຍັງຍົກເອົາບາງບັນຫາທີ່ເຫັນວ່າຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີ ແລະ ບໍ່ທັນເປັນອັນແນ່ນອນ ເປັນຕົ້ນແມ່ນການຄຸ້ມຄອງ, ຜົນປະໂຫຍດທີ່ແຂວງ – ເມືອງ – ບ້ານ ແລະ ປະຊາຊົນທີ່ຈະໄດ້ຮັບຈາກສະຖານທີ່ທ່ອງທ່ຽວຖ້ຳຈອມອອງ, ການອອກໃບອະນຸຍາດ ແລະ ຄຸ້ມຄອງການດຳເນີນທຸລະກິດ ກ່ຽວກັບການທ່ອງທ່ຽວ, ການແກ້ໄຂບັນຫາຕ່າງໆຂອງປະຊາຊົນຜູ້ປະກອບການດ້ານການທ່ອງທ່ຽວທີ່ນອນຢູ່ໃນເຂດຄວາມຮັບຜິດຊອບຂອງເມືອງໄຊ, ດ້ານພະນັກງານບຸກຄະລາກອນ, ພາຫະນະ, ອຸປະກອນ ແລະ ອື່ນໆ. ນອກນັ້ນ, ຍັງນຳເອົາບາງບັນຫາທີ່ເຫັນວ່າມີຄວາມຫຍຸ້ງຍາກ ແລະ ຕ້ອງໄດ້ສະເໜີຕໍ່ການນຳຂອງແຂວງ ເພື່ອເປັນຜູ້ພິຈາລະນາແກ້ໄຂໃນຕໍ່ໜ້າ.

ໃນພິທີແລກປ່ຽນບົດຮຽນໃນຄັ້ງນີ້ມີ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ສົມນຶກ ສິດທິລາດ ຮອງເຈົ້າເມືອງໄຊ, ທ່ານ ຈັນພວງ ສີບຸນແພງ ຫົວໜ້າຫ້ອງການ ຖວທ ເມືອງໄຊ ລວມທັງຫົວໜ້າ, ຮອງຫົວໜ້າ ແລະ ວິຊາການ ຈາກຂະແໜງທ່ອງທ່ຽວ ແລະ ບັນດາຫົວໜ້າຂະແໜງພາຍໃນພະແນກ ຖວທ ແຂວງ ຕະຫຼອດຮອດພະນັກງານວິຊາການຈາກຫ້ອງການ ຖວທ ແຂວງເຂົ້າຮ່ວມ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]