ປູກຜັກກາດຫົວຂາວດ້ວຍເຕັກນິກ ແລະ ວິທີທີ່ງ່າຍດາຍ

272

ຜັກກາດຫົວຂາວ ເປັນພືດທີ່ເຮົາປູກເພື່ອບໍລິໂພກເຊິ່ງຮາກຂອງມັນສາມາດໃຊ້ປະກອບອາຫານໄດ້ຫຼາຍຢ່າງ ເຊັ່ນ: ປະເພດແກງຈືດ, ຂົ້ວ ແລະ ຕາກແຫ້ງ ແລະ ອື່ນໆ. ຜັກກາດຫົວຂາວເປັນພືດທີ່ກຳເນີດໃນທະວີບອາຊີ ແລະ ນິຍົມປູກຫຼາຍ. ຜັກກາດຫົວຂາວເປັນພືດທີ່ຢູ່ໃນຕະກຸນດຽວກັບພືດລົ້ມລຸກ, ອາຍຸຕັ້ງແຕ່ມື້ປູກເຖິງມື້ເກັບກ່ຽວແມ່ນ ປະມານ 42 – 60, ຮາກເລີ່ມໃຫຍ່ເປັນຫົວສີຂາວຈະເລີນເຕີບໂຕເທິງໜ້າດິນເລັກໜ້ອຍ, ສ່ວນທີ່ເຫຼືອແມ່ນເຕີບໂຕໃນດິນລັກສະນະທີ່ແຕກຕ່າງກັນ. ຄໍລຳກະສິກຳມື້ນີ້ຈະນຳພາທ່ານຜູ້ອ່ານໄປຮູ້ກ່ຽວກັບເຕັກນິກວິທີປູກຜັກກາດຫົວ.

1. ການກຽມດິນ

ເນື່ອງຈາກວ່າຜັກກາດຫົວຂາວເປັນພືດທີ່ມີລະບົບຮາກແກ້ວເລິກກ່ອນການປູກ ຄວນໄຖໃຫ້ເລິກປະມານ 30 ຊັງຕີແມັດ, ຕາກດິນໄວ້ປະມານ 5 – 7 ວັນ ແລ້ວໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມປະສົມໃຫ້ເຂົ້າກັນໃຫ້ທົ່ວດິນໃຫ້ ລະອຽດ.

2. ການປູກ

ໄລຍະຫ່າງຂອງຂຸມທີ່ເໝາະສົມໃນການປູກ ປະມານ 25 ຊັງຕີແມັດ, ລະຫວ່າງແຖວປະມານ 30 ຊັງຕີແມັດ. ຫຼັງຈາກກຽມດິນແລ້ວເຮັດຂຸມນ້ອຍໆ ແລ້ວຢອດເມັດພັນໃສ່ຂຸມລະ 3 – 5 ເມັດ, ແລ້ວເອົາດິນປົກປະມານ 0,5 ຊັງຕີແມັດ, ຫົດນ້ຳໃຫ້ຊຸ່ມແລ້ວປົກດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງ ເພື່ອຮັກສາໄລຍະຄວາມຊຸ່ມຂອງດິນໃນເບື້ອງຕົ້ນ, ຫຼັງຈາກເບ້ຍງອກໄດ້ປະມານ 15 ວັນ ຫຼື ມີໃບແທ້2 – 3 ໃບຄວນຖອດແຍກໃຫ້ເຫຼືອຂຸມລະ 2 ຕົ້ນ.

อาจเป็นรูปภาพของ อาหาร และสถานที่ในร่ม

3. ການບົວລະບັດຮັກສາ ແລະ ໃສ່ຝຸ່ນ.

ຝຸ່ນທີ່ແນະນຳແມ່ນໃຫ້ໃສ່ຝຸ່ນວິທະຍາສາດສູດ 15 – 15 – 15 ຫຼື ປຸ໋ຍໝາກໃນອັດຕາ 300 – 600 ກິໂລຕໍ່ 1 ເຮັກຕາ. ຂຶ້ນກັບຄວາມອຸດົມສົມບູນຂອງດິນໃສ່ຝຸ່ນເທື່ອທີ 1, ໃສ່ຝຸ່ນຮອງພື້ນກ່ອນປູກເທື່ອທີ 2, ຫຼັງຈາກປູກໄດ້ 30 – 40 ວັນ, ການໃສ່ຝຸ່ນໃຫ້ໂຮຍຫ່າງຈາກຕົ້ນເລັກໜ້ອຍ, ຫຼັງຈາກປູກໂດຍໃສ່ແບບໂຮຍຄືກັບຄັ້ງທຳອິດໃນການຈະເລີນເຕີບໂຕໃຫ້ໃສ່ປຸ໋ຍເລັ່ງໃນຈຳນວນ 60 ກິໂລຕໍ່ເຮັກຕາ, ສ່ວນການຫົດນ້ຳ ຄວນໃຫ້ນ້ຳຢ່າງພຽງພໍທັງເຊົ້າ ແລະ ແລງ, ຖ້າຜັກກາດຫົວຂາວຂາດນ້ຳຈະເຮັດໃຫ້ຂະໜາດຂອງຫົວນ້ອຍລົງ.

ສ່ວນການເສຍຫຍ້າພວນດິນມັນຈະຊ່ວຍໃນການລະບາຍນ້ຳ ແລະ ອາກາດໄດ້ດີ, ກຳຈັດຫຍ້າໄປພ້ອມກັບການພວນດິນ ຖ້າເຫັນຫຍ້າຫຼາຍຄວນກຳຈັດ ຫຼື ຫຼົກຖິ້ມ ເພາະຈະເຮັດໃຫ້ຜົນຜະລິດຕໍ່າ.

ไม่มีคำอธิบายรูปภาพ

4. ການເກັບກ່ຽວ

ຜັກກາດຫົວຂາວມີອາຍຸປະມານ 42 – 60 ວັນ, ຫຼັງຈາກເລີ່ມຕົ້ນປູກແກ່ນໃນການເກັບກູ້ນັ້ນແມ່ນເກັບບາດດຽວກໍໝົດ ເພາະຜັກກາດຫົວຂາວນີ້ມັນຈະແຕກຕ່າງກັບປະເພດທີ່ໃຫ້ກ້ານ ຫຼື ໃຫ້ຍອດ, ທຸກທ່ານສາມາດນຳໄປປູກ ຫຼື ປະຕິບັດມັນຈະສາມາດສ້າງລາຍໄດ້ ຫຼື ກຳໄລສູ່ຄອບຄົວຂອງທຸກໆທ່ານທີ່ຮັກມັກໃນການເຮັດກະສິກຳໄດ້.

[ ທີ່ມາ: ກະເສດຍຸກໃໝ່ ]