ທ່ານ ທອງລຸນ ສີສຸລິດ ພົບປະທາງໄກກັບນາຍົກລັດຖະມົນຕີຫວຽດນາມ ແລະກຳປູເຈຍ

280

ວັນທີ 10 ມີນາ 2021, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູ ເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້ ຊຶ່ງເປັນ ກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນໄລຍະການເຂົ້າ ຮ່ວມກອງ ປະຊຸມ ສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະ ບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫຼາຍປານໃດກໍຕາມ, ທັງບັນຫາການ ແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ອື່ນໆ.

 


ກອງປະຊຸມພົບປະຄັ້ງນີ້, ຜູ້ນຳທັງ 3 ປະເທດ ໄດ້ເຫັນດີເປັນເອກະພາບກັນ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ, ໄດ້ມີກົນໄກການຮ່ວມມືດ້ານການ ເມືອງຮ່ວມກັນຢ່າງໜັກແໜ້ນ ຊຶ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນສູງຢ່າງເປັນປະຈຳ, ການຈັດກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມ ຄະນະກຳມະການຮ່ວມມື (JC) ລາວ-ຫວຽດນາມ ແລະ ລາວ-ກຳປູເຈຍ ເປັນປະຈຳໃນທຸກໆປີ; ຜູ້ນຳ 3 ປະເທດ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກ ງານປ້ອງ ກັນຊາດ ປ້ອງກັນຄວາມສະຫງົບ, ດ້ານເສດຖະ ກິດ-ການຄ້າ ແລະ ອື່ນໆ. ພ້ອມດຽວກັນນີ້, ໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດ ເປັນຕົ້ນຂອບການຮ່ວມມືເຂດສາມ ຫຼ່ຽມພັດທະນາ (CLV), ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ 2010-2020 ແລະ ປັງປຸງແຜນແມ່ບົດ ວ່າດ້ວຍການ ພັດທະນາ ເສດຖະກິດ-ສັງຄົມ ຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫຼ່ງທຶນ ມາຈັດຕັ້ງປະຕິບັດ ບັນດາໂຄງການບຸລິມະສິດ ແລະ ບັນດາແຜນງານພັດທະນາໃນຂອບ CLV, ກໍຄືສືບຕໍ່ຜັນຂະຫຍາຍຜົນການຕົກລົງຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດຍອດຄັ້ງທີ 9; ເພີ່ມທະວີການຮ່ວມ ມືກັນຢ່າງໃກ້ຊິດ ເພື່ອຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກແຕ່ລະກົນໄກ ເພື່ອຜົນປະໂຫຍດ ສູງສຸດຂອງທັງ 3 ປະເທດ ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນ ເຊັ່ນ: ຂອບການຮ່ວມມື ACMECS, GMS, ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ແມ່ນໍ້າຂອງ – ແມ່ນໍ້າຄົງຄາ, ແມ່ນໍ້າຂອງ – ຍີ່ປຸ່ນ, ແມ່ນໍ້າຂອງ – ສ ເກົາຫຼີ, ແມ່ນໍ້າຂອງ -ອາເມຣິກາ ແລະ ອື່ນໆ.


ນອກຈາກນີ້, ຜູ້ນໍາທັງ 3 ປະເທດ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນສໍາເລັດກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ກໍຄືການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງຈົບງາມ, ພ້ອມທັງກໍາລັງກະກຽມໃຫ້ແກ່ກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມີຂຶ້ນໃນວັນທີ 22 ມີນາຈະມາເຖິງນີ້; ສະ ແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ປິດລົງໃນຕົ້ນເດືອນກຸມພາ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ສືບຕໍ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກກອມ ມູນິດຫວຽດນາມ ແລະ ຖືກເລືອກໃຫ້ເປັນ ກຳມະການກົມການເມືອງສູນກາງພັກຕື່ມອີກ; ພ້ອມນີ້ ກໍສະແດງຄວາມຂອບໃຈ ມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າທັງສອງປະເທດຈະປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຮ້າຍແຮງກວ່າ ສປປ ລາວ ກໍຕາມ.

ໃນຕອນທ້າຍຂອງການກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍ ພົວພັນມິດຕະພາບແບບພິ ເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງຂະໜົງແກ່ນ, ພ້ອມທັງອວຍ ພອນໃຫ້ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູ ເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນ ຫນ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.
Cr: ກະຊວງການຕ່າງປະເທດ