ປູເປ້ ໄດ້ຮັບການສະໜັບສະໜູນຈາກສະໜາມເທັນນິສ ອາໂນໄທ ດ້ານການຝຶກຊ້ອມ-ສອນເດັກນ້ອຍ

282

ເປັນອີກດ້ານຂອງການພັດທະນາວົງການເທັນນິສລາວ ເມື່ອສະໂມສອນເທັນນິສ ອາໂນໄທ ສະປອດຕິ້ງ ຄລັບ ( Anothai Sporting Club ) ຕັ້ງຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສະໜັບສະໜູນ ປູເປ້ ໂດຍສະເພາະແມ່ນສະໜາມຝຶກຊ້ອມເທັນນິສ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນເທັນນິສລາຍການຕ່າງໆໃນປີ 2021. ນອກນັ້ນ ປູເປ້ ຍັງເລີ່ມສອນນັກເທັນນິສຮຸ່ນນ້ອງອີກ.

ທ່ານ ອາແຊນ ອາໂນໄທ ເຈົ້າຂອງສະໂມສອນເທັນນິສ ອາໂນໄທ ສະປອດຕິງ ຄລັບ ໃຫ້ສໍາພາດກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ດັ່ງທີ່ຮູ້ ປູເປ້ ອາລີຍາ ເປັນນັກເທັນນິສເຍົາວະຊົນຍິງລາວ ທີ່ມີສີມືດີ ທີ່ສາມາດຍາດໄດ້ແຊັມໃນລາຍການທີ່ຝຣັ່ງໃນປີທີ່ຜ່ານມາ ເຊິ່ງປັດຈຸບັນແມ່ນຫຼິ້ນໃນຮຸ່ນ 14 ປີ ແລະ ຮຽນໄປນໍາຝຶກຊ້ອມເທັນນິສໄປນໍາ ເຊິ່ງທາງ ອາໂນໄທ ສະປອດຕິງ ຄລັບ ແມ່ນສະໜັບສະໜູນທຸກສິ່ງທຸກຢ່າງໃຫ້ກັບ ປູເປ້ ໂດຍສະເພາະແມ່ນເລື່ອງອໍານວຍຄວາມສະດວກດ້ານສະໜາມຊ້ອມ ອາທິດໜຶ່ງບໍ່ໜ້ອຍກວ່າ 4 ເທື່ອ ໂດຍມີຄູຝຶກຊາວຝຣັ່ງ ໃຫ້ການຝຶກສອນທັງເຊົ້າ ແລະ ແລງ.

ຂະນະທີ່ ນ້ອງ ປູເປ້ ໃຫ້ສໍາພາດວ່າ: ຕ້ອງຂໍຂອບໃຈທາງ ສະໂມສອນເທັນນິສ ອາໂນໄທ ສະປອດຕິງ ຄລັບ ທີ່ໃຫ້ການສະໜັບສະໜູນນ້ອງ ໂດຍສະເພາະແມ່ນການອໍານວຍຄວາມສະດວກດ້ານສະໜາມຊ້ອມ ເຊິ່ງນ້ອງກໍຈະໄປຊ້ອມທຸກມື້. ນອກນັ້ນ, ນ້ອງຍັງສອນເດັກນ້ອຍຫຼິ້ນເທັນນິສ ທຸກວັນອັງຄານ, ວັນພຸດ, ວັນສຸກ ແລະ ວັນເສົາ; ໂດຍນຳເອົາປະສົບການ ແລະ ທັກສະຕ່າງໆ ຈາກການເຂົ້າຮ່ວມແຂ່ງຂັນໃນລາຍການທັງພາຍໃນ ແລະ ຕ່າງປະເທດມາຝຶກສອນໃຫ້ຮຸ່ນນ້ອງ.

ສ່ວນ ທ່ານ ພູເຂົາທອງ ພົມມາວົງ ພໍ່ຂອງປູເປ້ ເປີດເຜີຍວ່າ: ປັດຈຸບັນ ປູເປ້ ແມ່ນຂີ່ລົດຖີບໄປຊ້ອມເທັນນິສເອງແລ້ວ ທີ່ສະໜາມເທັນນິສ ອາໂນໄທ ເຊິ່ງໄດ້ຮັບການສະໜັບສະໜູນຈາກເພິ່ນ ແນ່ນອນບໍ່ແມ່ນພຽງແຕ່ຝຶກຊ້ອມເທັນນິສເທົ່ານັ້ນ ແຕ່ ປູເປ້ ຍັງຝຶກຊ້ອມການປີນເຂົາທີ່ສະໂມສອນດັ່ງກ່າວອີກ ເພື່ອຝຶກຊ້ອມຄວາມແຂງແຮງດ້ານພາລະກໍາລັງ ແລະ ທັກສະຕ່າງໆ ເພື່ອກະກຽມໄວ້ໄປແຂ່ງຂັນລາຍການໃນຕ່າງປະເທດໃນປີ 2021 ຖ້າຫາກມີການເປີດປະເທດ.

ສໍາລັບ ປູເປ້ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ ມັດທະຍົມສົມບູນ ຊະນະພົນ ເຊິ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວ ມື 1 ຂອງ ສປປ ລາວ ນັບຕັ້ງແຕ່ລຸ້ນອາຍຸ 10, 12 ແລະ 14 ປີຕະຫຼອດຫຼາຍປີທີ່ຜ່ານມາ.

ສ່ວນອັນດັບໃນປະເທດໄທ ໃນຕອນຍັງນ້ອຍເປັນມື 1 ລຸ້ນ 10, ມື 13 ຂອງລຸ້ນ 12 ແລະ ມື 112 ລຸ້ນ 14 ປີ ຂະນະທີ່ ອັນດັບເຍົາວະຊົນໃນ ສະຫະພັນເທັນນິສອາຊຽນ ປູເປ້ ເຄີຍເປັນມືທີ 306 ໃນລຸ້ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບລຸ້ນອາຍຸ 14 ປີຂຶ້ນໄປ ເຊິ່ງລາຍການໂດດເດັ່ນທີ່ສຸດຂອງ ປູເປ້ ຄືເປັນນັກເທັນນິສເຍົາວະຊົນລາວຄົນທໍາອິດທີ່ສາມາດຄວ້າແຊ້ມລາຍການທີ່ປະເທດຝຣັ່ງ ລາຍການ Tournoi TC Lupian 2019.
ຮູບ-ຂ່າວ: ຄໍາສອນ