ຢຶດຫຼັກ 3 ການ ດໍາເນີນທຸລະກິດກະສິກໍາ ພ້ອມເບິ່ງຄວາມສ່ຽງໃຫ້ກາຍເປັນໂອກາດ

546

ະເທດລາວເປັນປະເທດທີ່ມີທ່າແຮງດ້ານການຜະລິດກະສິກຳເປັນສິນຄ້າ ແຕ່ກໍມີພຽງນັກທຸລະກິດຈໍານວນໜຶ່ງເທົ່ານັ້ນທີ່ກ້າລົງທຶນໃສ່ທຸລະກິດຂະແໜງນີ້, ໜຶ່ງໃນນັ້ນແມ່ນ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເມືອງລາວຟູດ ຜູ້ທຸ່ມສຸດຕົວ ຢຶດຫຼັກ 3 ປະການ ຄື “ ອຸດົມການ, ວິຊາການ ແລະ ປະສົບການ ” ດໍາເນີນທຸລະກິດກະສິກໍາຫວັງພາສູ່ຄວາມສໍາເລັດ.

“ ທຸກໆທຸລະກິດມີຄວາມສ່ຽງ ແຕ່ເຮົາຈະເບິ່ງໃຫ້ມັນເປັນຄວາມສ່ຽງ ຫຼື ເປັນໂອກາດ ແລະ ມີວິທີຈັດການກັບມັນແນວໃດ?… ບໍລິຫານຄົນ, ບໍລິຫານລູກຄ້າ, ຍົກບຸກຄະລາກອນເປັນໝາກຫົວໃຈສໍາຄັນໃນການດໍາເນີນທຸລະກິດ ເບິ່ງທຸກຄວາມສ່ຽງໃຫ້ກາຍເປັນໂອກາດ ແລະ ເບິ່ງທຸກອຸປະສັກໃຫ້ກາຍເປັນເລື່ອງທໍາມະດາ ” ນີ້ຄືຄໍາເວົ້າຂອງ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເມືອງລາວຟູດ.

อาจเป็นรูปภาพของ Noy Saylakham และกลางแจ้ง

ລາຍການ Business Talk Ep 6 ໄດ້ໂອ້ລົມສົນທະນາກັບທ່ານຜູ້ອໍານວຍການ ບໍລິສັດ ເມືອງລາວຟູດ ເຖິງຈຸດເລີ່ມຕົ້ນການເຮັດທຸລະກິດກະສິກໍາ ຫຼັງຈາກທີ່ເລີ່ມເຮັດທຸລະກິດ ໂດຍສະເພາະແມ່ນທຸລະກິດຮ້ານອາຫານ ເຮັດໃຫ້ເຫັນໄດ້ເຖິງບັນຫາວ່າສະບຽງອາຫານທີ່ນໍາມາສະໜອງນັ້ນລ້ວນແຕ່ມາຈາກພືດກະສິກໍາ ແລະ ເປັນສິ່ງທີ່ຕ້ອງການເປັນປະຈໍາ ເຊິ່ງນັ້ນມັນໝາຍເຖິງ ຄວາມຕ້ອງການຂອງຕະຫຼາດແມ່ນມີຫຼາຍ ແຕ່ຜູ້ສະໜອງພັດມີໜ້ອຍ ແລະ ຍັງມີຫາງສຽງມາວ່າຜະລິດກະສິກໍາຢູ່ລາວເຮົາບໍ່ມີຕະຫຼາດ.

อาจเป็นรูปภาพของ 1 คน และกลางแจ้ง

ທ່ານ ບຸນທ່ຽງ ລັດຕະນະວົງ ກ່າວວ່າ: ຈາກສິ່ງທີ່ພົບໃນເວລາເຮັດທຸລະກິດຮ້ານອາຫານ ຕົນເອງຈຶ່ງເລີ່ມແນມເຫັນໂອກາດ ພ້ອມພະຍາຍາມສຶກສາຂໍ້ມູນ ແລະ ຫາຄໍາຕອບວ່າມັນຍັງຄ້າງຄາຢູ່ຈຸດໃດ ແລະ ກໍເຫັນວ່າເລື່ອງຕະຫຼາດບໍ່ແມ່ນບັນຫາ ແຕ່ເຮົາກໍຍັງມີຂໍ້ຫຍຸ້ງຍາກບາງອັນເລັກໜ້ອຍ ແຕ່ສິ່ງທີ່ເຮົາເຫັນວ່າມັນເປັນທ່າແຮງອັນສໍາຄັນແມ່ນພັກ – ລັດ ເອົາໃຈໃສ່ສົ່ງເສີມເປັນບຸລິມະສິດທີ່ໜຶ່ງສະເໝີມາ.

ທັງນີ້, ຜ່ານການສຶກສາຫາຂໍ້ມູນມາຈໍານວນຫຼາຍ ກໍເຫັນວ່າທຸລະກິດກະສິກໍາເປັນທຸລະກິດທີ່ໝູນໄວຫຼາຍ ແລະ ມີຜົນຕອບແທນຂ້ອນຂ້າງສູງ ຈຶ່ງໄດ້ເລີ່ມລົງມືເຮັດ ແຕ່ຂະນະດຽວກັນກໍຂຶ້ນເໜືອລ່ອງໃຕ້ ເພື່ອສຶກສາຫາຂໍ້ມູນ ແລະ ຫາຄໍາຕອບໃຫ້ກັບບັນຫາ ຫຼື ຄໍາຖາມທີ່ຕັ້ງຂຶ້ນໃນໃຈສະ ເໝີ.

อาจเป็นรูปภาพของ ธรรมชาติ

ເມື່ອເວົ້າເຖິງຜົນຕອບຮັບຂອງທຸລະກິດກະສິກໍາທີ່ມີສູງຫຼາຍ ແຕ່ກັບບໍ່ມີນັກທຸລະກິດຈໍານວນຫຼາຍກ້າລົງທຶນໃຫຍ່ໃສ່ທຸລະກິດນີ້ ທ່ານ ບຸນທ່ຽງ ລັດຕະນະວົງ ຕອບວ່າ: ຕໍ່ກັບບັນຫານີ້ແມ່ນມັນມີລາຍລະ ອຽດຫຼາຍຢ່າງ ເຊິ່ງມັນກໍບໍ່ແມ່ນເລື່ອງແປກທີ່ເຂົາເຈົ້າຈະບໍ່ກ້າ ເພາະຜ່ານມາພວກເຂົາເຄີຍເຫັນແຕ່ບົດຮຽນທີ່ລົ້ມແຫຼວ ຜູ້ບໍ່ແນ່ກໍຢ້ານ, ອີກທັງເລື່ອງຂອງການຜະລິດ, ເລື່ອງການເອົາຊະນະສັດຕູພືດ, ການຈັບທາງຂອງລະດູການ, ເລື່ອງຂໍ້ມູນຕະຫຼາດຕ່າງໆອີກ ຖ້າບໍ່ແນ່ນອນແທ້ໆ ບໍ່ວ່າໃຜກໍຕ້ອງຢ້ານ ຈາກໂອກາດມັນອາດກາຍເປັນຄວາມສ່ຽງທັນທີ.

อาจเป็นรูปภาพของ ธรรมชาติ

ສະນັ້ນ, ການຜະລິດໄດ້ແຕ່ບໍ່ໄດ້ໝາຍຄວາມວ່າຈະສໍາເລັດ ຕ້ອງແມ່ນຜະລິດໃຫ້ຖືກເວລາ ໃຫ້ຖືກລະດູການ ເພາະຫາກຜະລິດໄດ້ແຕ່ກັບຖືກລະດູການທີ່ລາຄາຕົກຕໍ່າ ກໍເຮັດໃຫ້ຂາດທຶນ. ຂະນະດຽວກັນກໍຕ້ອງຮູ້ແໜ້ນເລື່ອງຕະຫຼາດ ແລະ ລູກຄ້າຂອງຕົນເອງ ເຊິ່ງມີ 2 ກຸ່ມ ຄື: ພາກທຸລະກິດ ແລະ ພາກຄົວເຮືອນ.

ທ່ານ ບຸນທ່ຽງ ຍັງໃຫ້ຮູ້ເຖິງໂອກາດໃນການເຮັດທຸລະກິດນີ້ວ່າ: ໂອກາດມັນມີຫຼາຍ ໂດຍເຮົາເບິ່ງຈາກທີ່ຕັ້ງ ຫຼື ພູມສັນຖານຂອງປະເທດເຮົາແມ່ນເໝາະສົມ ມີຄວາມຮ້ອນຊຸ່ມ, ມີແສງແດດພຽງພໍ, ມີການສ້າງເສັ້ນທາງເຊື່ອມຈອດກັບຕະຫຼາດໃຫຍ່ ກໍຄືປະເທດຈີນ ໂດຍສະເພາະແມ່ນເສັ້ນທາງລົດໄຟ ຫາກເຮົາຈັບຕະຫຼາດໃຫຍ່ໆແບບຈີນໄດ້ ແມ່ນຈະດີຫຼາຍ, ທີ່ສໍາຄັນເບື້ອງລັດຖະບານກໍສົ່ງເສີມຫຼາຍຢ່າງ ມີນະໂຍບາຍມາໃຫ້ສົ່ງເສີມດ້ານກະສິກໍາຢູ່ຕະຫຼອດ ທັງດ້ານແນວທາງ, ເຕັກນິກ ແລະ ທຶນຮອນຕ່າງໆ ພ້ອມຊອກຕະຫຼາດໃຫ້ ເຊິ່ງສິ່ງເຫຼົ່ານີ້ຖືເປັນໂອກາດໃຫຍ່ ຫຼາຍ ແລະ ເອີ້ນໄດ້ວ່າການເຮັດກະສິກໍາກໍມີໂອກາດປະສົບຜົນສໍາເລັດຫຼາຍຂຶ້ນ.

อาจเป็นรูปภาพของ 1 คน และกลางแจ้ง

ສໍາລັບຂໍ້ຈໍາກັດໃນການເຮັດທຸລະກິດກະສິກໍາແມ່ນເລື່ອງຕະຫຼາດ ແຕ່ບໍ່ແມ່ນບໍ່ມີຕະຫຼາດ ໝາຍເຖິງຜູ້ຜະລິດບໍ່ມີການສຶກສາຕະຫຼາດໃຫ້ດີ ຍັງມີການຜະລິດຕາມໃຈຕົນເອງ ໂດຍບໍ່ຄໍານຶງເຖິງເລື່ອງຕະຫຼາດ ແຕ່ຄວາມຈິງແລ້ວການຜະລິດກະສິກໍາຕ້ອງເອົາການຕະຫຼາດນໍາໜ້າ ຜະລິດຕາມໃຈຜູ້ຊື້ ບໍ່ແມ່ນຕາມໃຈຜູ້ຜະລິດ.

ນອກຈາກນີ້, ຜູ້ອໍານວຍການບໍລິສັດ ເມືອງລາວຟູດ ຍັງເຜີຍໃຫ້ຮູ້ເຖິງຫົວໃຈສໍາຄັນຂອງການເຮັດທຸລະກິດ ແລະ ຢຶດຫຼັກ 3 ການ ພາທຸລະກິດກະສິກໍາສູ່ຄວາມສໍາເລັດວ່າ: ຄົນທີ່ຈະມາເຮັດທຸລະກິດກະສິກໍາ ຕ້ອງມີ 3 ການ ຄື:

  1. ອຸດົມການ ໂດຍຕ້ອງມີ ຄວາມເຊື່ອໝັ້ນວ່າການຜະລິດກະສິກໍາມັນມີຄວາມຕ້ອງການທຸກມື້.
  2. ວິຊາການ ເພາະໃນໄລຍະການຜະລິດແມ່ນຈະພົບຫຼາຍໆບັນຫາ ໂດຍສະເພາະແມ່ນພະຍາດພືດ, ດັ່ງນັ້ນຈໍາເປັນຕ້ອງມີວິຊາການ ຫາກບໍ່ມີສິ່ງນີ້ຈາກໂອກາດມັນຈະກາຍເປັນຄວາມສ່ຽງທັນທີ.
  3. ປະສົບການ ໂດຍການເຮັດໄປແກ້ໄປ ສ້າງບົດຮຽນໃຫ້ຕົນເອງຈາກການລົງມືເຮັດຕົວຈິງ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ແຕ່ທັງໝົດນີ້ ໝາກຫົວໃຈຂອງການເຮັດທຸລະກິດ ບໍ່ວ່າຈະເປັນທຸລະກິດໃດກໍແລ້ວແຕ່ ສິ່ງສໍາຄັນແມ່ນບຸກຄະລາກອນ ພວກເຂົາຈະພາເຮົາໄປສູ່ໄຊຊະນະ ຫຼື ລົ້ມແຫຼວ ແມ່ນຂຶ້ນກັບເຂົາເຈົ້າ ທີ່ສໍາຄັນເຮົາຈະສ້າງບຸກຄະລາກອນໃຫ້ເປັນພະລັງ ຫຼື ເປັນພາລະ ແມ່ນຂຶ້ນກັບເຮົາເອງ.

ທ່ານ ບຸນທ່ຽງ ຍັງຝາກຂໍ້ຄິດຖິ້ມທ້າຍອີກວ່າ: ບໍ່ວ່າຈະເຮັດທຸລະກິດ ຫຼື ວຽກງານໃດກໍຕາມ ມັນບໍ່ມີຄວາມລາບລື່ນໄປທຸກຢ່າງ ມັນຕ້ອງມີອຸປະສັກບໍ່ໜ້ອຍກໍຫຼາຍ ແຕ່ສໍາຄັນທີ່ສຸດພວກເຮົາຕ້ອງຄິດບວກວ່າທຸກຢ່າງມັນລ້ວນມີອຸປະສັກເປັນເລື່ອງທໍາມະດາ ຫາກເຮົາຄິດແບບນີ້ເຮົາກໍຈະມີໃຈສູ້ ແຕ່ຫາກເຮົາຄິດວ່າມັນເປັນສິ່ງທີ່ທໍ້ຖອຍ ເຮົາກໍຈະບໍ່ສູ້, ສະນັ້ນຕ້ອງຄິດບວກໄວ້ກ່ອນ.