ເທສະການປຶ້ມອ່ານປີ 2021 ຈະມີຂຶ້ນ 4-6 ມີນາ  ຫຼາຍກວ່າ 30 ຮ້ານຮ່ວມວາງສະແດງ

340

ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ຮ້ານປຶ້ມດີບຸກ ຖະແຫຼງຂ່າວກຽມຈັດເທສະການປື້ມອ່ານ ຂຶ້ນໃນລະຫວ່າງວັນທີ 4-6 ມີນານີ້ 2021 ທີ່ສະໂມສອນໃຫຍ່ ມຊ ເຊິ່ງຈະມີປື້ມຫຼາຍກວ່າແສນຫົວມາວາງສະແດງ.


ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ທີ່ສະໂມສອນໃຫຍ່ (ຊັ້ນ1) ມຊ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີຄະນະອັກສອນສາດ, ທ່ານ ນາງ ດັດຊະນີພອນ ສຸລິຍະວົງ ຫົວໜ້າພະແນກວິຊາການ ຄະນະອັກສອນສ, ທ່ານ ສົມໄໝ ພົມມະຈັນ ຜູ້ຈັດການຮ້ານດີບຸກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.


ທ່ານ ສົມໄໝ ພົມມະຈັນ ຜູ້ຈັດການຮ້ານດີບຸກ ແລະ ທັງເປັນຜູ້ຮັບຜິດຊອບຈັດງານ ກ່າວວ່າ: ການຈັດງານເທສະການປື້ມອ່ານ 2021 ແມ່ນເປັນການຮ່ວມມືລະຫວ່າງບໍລິສັດໂມນິວເມັນ ຈຳກັດ, ຮ້ານປື້ມດີບຸກ ແລະ ຄະນະອັກສອນສາດ ມຊ ເພື່ອຊ່ວຍການສົ່ງເສີມການອ່ານ ແລະ ເຜີຍແຜ່ຜົນງານສື່ສິ່ງພີມຕ່າງໆທີ່ເປັນຂອງຄົນລາວໃຫ້ນັບມື້ນັບເຕີບໃຫຍ່, ກະຕຸ້ນການອ່ານ-ການຂຽນ ແລະ ການສ້າງສັນຜົນງານນັກຂຽນໃຫ້ນັບມື້ນັບຫຼາຍຂຶ້ນ ເປັນການພັດທະນາບຸກຄະລາກອນດ້ວຍການອ່ານ ແລະ ການຂຽນຂອງຄົນລາວກາຍເປັນຂີດໝາຍອັນສຳຄັນໃນການສ້າງກິດຈະກຳການອ່ານຢ່າງຕໍ່ເນື່ອງເພາະການຮຽນຮູ້ບໍ່ມີວັນສີ້ນສຸດ ແລະ ທັງເປັນການສ້າງຈັດກິດຈະກຳ ເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ 4 ມີນາ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ທີ່ຈະມາເຖິງ.

ສະນັ້ນ, ຫວັງວ່າງານນີ້ຈະເປັນສ່ວນໜຶ່ງໃນການປູກຝັງນິໄສໃຫ້ມັກການອ່ານ, ມັກຂຽນ ແກ່ນັກຮຽນ, ນັກສຶກສາ ເພື່ອໃຫ້ພວກເຂົາໄດ້ເຕີບໃຫຍ່ໄປພ້ອມໆກັບຄວາມຮູ້ທີ່ກ້ວາງຂວາງ, ມີຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ.

ທ່ານ ທອງສຸກ ແກ້ວມະນີ ກ່າວວ່າ: ເທສະການປື້ມອ່ານ ເປັນງານທີ່ຄວາມສຳຄັນຫຼາຍເພາະເປັນງານທີ່ມີປະໂຫຍດໃຫ້ແກ່ນັກສຶກສາ, ນັກຮຽນຮູ້ທີ່ມີຄວາມຮັກມັກໃນການອ່ານ ແລະ ງານຈະເກີດຂຶ້ນໄດ້ກໍ່ແມ່ນມີການປະສານງານຫຼາຍພາກສ່ວນ ແລະ ເຫັນໄດ້ເຖິງຄວາມໝາຍ, ຄວາມສຳຄັນ, ເປັນວຽກງານທີ່ປິ່ນອ້ອມທາງດ້ານວິຊາການໃນຄະນະອັກສອນສາດ. ສະນັ້ນ ເທສະການປື້ມອ່ານ ຈຶ່ງໄດ້ມາຈັດໃນສະຖາບັນການສຶກສາ ເພື່ອໃຫ້ນັກຮຽນ, ນັກສຶກສາ, ໄດ້ຮັບຜົນປະໂຫຍດສູງສຸດຈາກການອ່ານປື້ມຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຂອງການສຶກສາ.

ເທດສະການປື້ມອ່ານ ແມ່ນຈະຈັດຂຶ້ນ 3 ວັນ ໃນລະຫວ່າງວັນທີ 4-6 ມີນາ 2021 ເລີ່ມແຕ່ເວລາ 8:00-20:00 ໂມງ ທີ່ສະໂມສອນໃຫຍ່ ມຊພາຍໃນງານຈະມີການຈັດກິດຈະກຳຫຼາຍຢ່າງເຊັ່ນ: ກິດຈະກຳການອ່ານ, ການຂຽນ, ການເສວະນາ, ຟ້ອນ, ຮ້ອງເພງ ແລະ ສະແດງລະຄອນ.

ນອກຈາກນີ້, ຍັງຈະມີການເປີດໂຕປື້ມໃໝ່ ຈາກບັນດານຮ້ານປຶ້ມຕ່າງໆ ບໍ່ວ່າຈະເປັນຮ້ານປື້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈຳໜ່າຍສິນຄ້າຂອງຕົນອີກ ຄາດວ່າຈະມີປື້ມຫຼາຍ 30 ກວ່າຮ້ານເຂົ້າຮ່ວມວາງສະແດງ.