ຫຼວງພະບາງປະກາດແຕ່ງຕັ້ງຮອງຫົວພະແນກໂຍທາທິການ ແລະ ຂົນສົ່ງ ເພີ່ມອີກ 2 ທ່ານ

217

ວັນທີ 19 ກຸມພາ 2021 ນີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ເພີ່ມເຕີມ ຈຳນວນ 2 ທ່ານ, ໂດຍເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ມີຫົວໜ້າກົມຈັດຕັ້ງພັກ-ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຕາງໜ້າຄະນະຈັດຕັ້ງແຂວງ, ແຂກຮັບເຊີນ ແລະພະນັກງານພາຍໃນພະແນກໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.

ພິທີ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງ ທ່ານ ໄຊແກ້ວ ທະວີໄຈ ຫົວໜ້າຫ້ອງການບໍລິຫານພະແນກ ແລະທ່ານ ສາລິກາ ພົນປະເສີດ ຫົວໜ້າຂະແໜງຄູ້ມຄອງພາຫະນະ ແລະ ການຂັບຂີ່ ຂື້ນເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ.

ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງເພີມທະວີຄວາມເອົາໃຈໃສ່ ໃນການປະຕິບັດວຽກງານທີ່ຕົນຮັບຜິດຊອບ ຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແນໃສ່ພັດທະນາວຽກງານໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃຫ້ນັບມື້ນັບດີຂື້ນ.


ການແຕ່ງຕັ້ງຮອງຫົວພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ເພີ່ມເຕີມ ແມ່ນການຊັບຊ້ອນ ບຸກຄະລາກອນເຂົ້າໃນຕຳແໜ່ງພະນັກງານນຳພາຄຸ້ມຄອງ ທີ່ໄດ້ພັກຜ່ອນບຳນານຕາມລະບຽບການທີ່ກຳນົດໄວ້ ປະຈຸບັນພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ມີຫົວໜ້າພະແນກ 1 ທ່ານ ແລະຮອງຫົວໜ້າພະແນກ 3 ທ່ານ.
ຂ່າວ: ອາພຸດເດດ ບຸບຜາ