ນັກສຶກສາ ມະຫາວິທະຍາໄລ ສຸພານຸວົງຫຼາຍຮ້ອຍຄົນ ພ້ອມກັນໄປໃຊ້ສິດປ່ອນບັດເລືອກ ສສຊ ແລະສສຂ

135

ພິທີເປີດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ( ສສຊ ) ຊຸດທີ IX ແລະສະມາຊິກສະພາປະຊາຊົນແຂວງ ( ສສຂ ) ຊຸດທີ II ໄດ້ເປີດຂຶ້ນ ພ້ອມກັນຢູ່ທົ່ວປະເທດໃນວັນທີ 21 ກຸມພາ 2021 ນີ້.

ແຂວງຫຼວງພະບາງ ໄດ້ເປີດພິທີ ຢ່າງເປັນທາງການ ເວລາ 7:30 ໂມງ ຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລ ສຸພານຸວົງ ໂດຍມີທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ,ມີອະດິດພະນັກງານການນໍາ,ສສຊ 11 ທ່ານ,ສສຂ ປະຈໍານະຄອນ ຫຼວງພະບາງ 5 ທ່ານ,ຄະນະຮັບຜິດຊອບໜ່ວຍປ່ອນບັດ,ຄູ-ອາຈານ ແລະ ນັກສຶກສາ ຕະຫຼວດຮອດປະຊາຊົນພາກັນມາໃຊ້ສິດຂອງຕົ້ນຢ່າງເຕັມສ່ວນ.


ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ປະທານຈັດພິທີເປີດຄັ້ງນີ້ ກ່າວວ່າ: ທົ່ວແຂວງຫຼວງພະບາງປະກອບມີ 756 ບ້ານມີໜ່ວຍເລືອກຕັ້ງທັງໝົດ 677 ໜ່ວຍ,ໜ່ວຍເຄື່ອນທີ່ 106 ໜ່ວຍ,ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 256.460 ຄົນ,ຍິງ 127.104 ຄົນ.

ຜູ້ລົງສະໝັກເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງມີ13 ທ່ານ ເລືອກເອົາ 10 ທ່ານ.ສະເພາະຜູ້ລົງສະມາຊິກສະພາປະຊາຊົນແຂວງ ປະຈໍານະຄອນ ຫຼວງພະບາງ 5 ທ່ານ ແມ່ນເລືອກເອົາ 3 ທ່ານ.

ສະເພາະໜ່ວຍເລືອກຕັ້ງທີ 43 ທີ່ໄດ້ຈັດຂຶ້ນຢູ່ ມະຫາວິທະຍາໄລ ສຸພານຸວົງ ນີ້ ມີຜູ້ມາສິດປ່ອນບັດເລືອກຕັ້ງເກືອບ 600 ຄົນ.

.

.

 

ຂ່າວ: ເພັດສາຄອນ ສິມມະວົງ