ລໍຖ້າລຸ້ນເບິ່ງຫົວໜ້າຄູຝຶກຄົນໃໝ່ຂອງ ລາວໂຕໂຢຕ້າ ເອັຟຊີ ຫຼັງ Fukuda ອໍາລາທີມຮຽບຮ້ອຍ

132

LAO Toyota F.C. ເພຈ໌ບຸກທາງການຂອງສະໂມສອນ ລາວໂຕໂຢຕ້າ ເອັຟຊີ ປະກາດຢ່າງເປັນທາງການໃນວັນທີ 16 ກຸມພາ 2021 ວ່າ: ທ່ານ ຈູນ ຟູກຸດາ ຄູຝືກຊາວຍີ່ປຸ່ນ ທີ່ຕັດສິນໃຈບໍ່ຕໍ່ສັນຍາກັບ ລາວໂຕໂຢຕ້າ ເອັຟຊີ ເພື່ອກັບປະເທດບ້ານເກີດ ເພື່ອໄປຫາຄວາມທ້າທາຍໃໝ່ໃນເສັ້ນທາງການເປັນຄູຝຶກບານເຕະຕໍ່ໄປ.

ທີມຂ່າວເສດຖະກິດ-ການຄ້າ ໄດ້ຕິດຕໍ່ຫາ ຜູ້ຈັດການທີມຂອງ ລາວໂຕໂຢຕ້າ ເອັຟຊີ ກ່ອນໄດ້ຄໍາຕອບວ່າ: ຄູຝືກ ຈູນ ເພິ່ນບໍ່ໄດ້ຕໍ່ສັນຍາກັບ ລາວໂຕໂຢຕ້າ ເອັຟຊີ ຫຼັງຈາກທີ່ຢູ່ກັບທີມມາເປັນໄລຍະ 3 ປີ ແລະ ສ້າງປະຫວັດສາດດ້ວຍການພາທີມຄວ້າແຊັມໃນລີກສູງສຸດຂອງ ສປປ ລາວ ໄດ້ທັງ 3 ປີລຽນຕິດ ໂດຍເພິ່ນບອກວ່າຕ້ອງການໄປຫາປະສົບການໃໝ່ໆ ແລະ ຈະກັບປະເທດຍີ່ປຸ່ນ, ສ່ວນຄູຝືກໃໝ່ຈະມີການເປີດຕົວໄວໆນີ້.

ສໍາລັບ ທ່ານ ຈູນ ຟູກູດະ ເປັນຄູຝືກຊາວຍີ່ປຸ່ນ ປັດຈຸບັນອາຍຸ 43 ປີເປັນຄູຝຶກລະດັບ A ລາຍເຊັນຈາກສະຫະພັນບານເຕະເອີຣົບ ( A License UEFA ) ເຊິ່ງເປັນລະດັບທີ່ຢາກກວ່າ A ລາຍການຈາກສະຫະພັນບານເຕະອາຊີ ( A License ຈາກ AFC ) ພາສະໂມສອນ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມໃນລີກສູງສຸດຂອງ ສປປ ລາວ ໄດ້ 3 ສະໄໝລຽນຕິດໄດ້ແກ່ 2018, 2019 ແລະ 2020.
ຂ່າວ-ຮູບ: ຄໍາສອນ