ເຜີຍແຜ່ຜົນການເຄື່ອນໄຫວວຽກງານການເຊື່ອມໂຍງພາຍໃຕ້ຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”

228

ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນການເຄື່ອນໄຫວວຽກງານການເຊື່ອມໂຍງ ຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປປ ລາວ ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໃນວັນທີ 15 ກຸມພາ 2021 ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ຕາງໜ້າ ຈາກບັນດາກົມພາຍໃນກະຊວງຕ່າງປະເທດ ແລະ ກະຊວງ ຂະແໜງການ ຢູ່ສູນກາງ ເຂົ້າຮ່ວມ.


ໃນກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດໃນໄລຍະຜ່ານມາ ຂອງ ສປປ ລາວ ໃນການເຄື່ອນໄຫວຮ່ວມມື ໃນຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍສະເພາະ ການເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຮັບຟັງການລາຍງານຄວາມຄືບໜ້າໃນການເຄື່ອນໄຫວວຽກງານການເຊື່ອມໂຍງ ພາຍໃຕ້ຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍສະເພາະແມ່ນ ບັນດາໂຄງການບູລິມະສິດຕ່າງໆ ຂອງ ສປປ ລາວ ທີ່ກຳລັງດໍາເນີນການຢູ່ໃນປັດຈຸບັນ ເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ບັນດາໂຄງການຊ່ວຍເຫຼືອອື່ນໆ ໃນໄລຍະທີ່ມີການແຜ່ລະບາດ ຂອງ ພະຍາດໂຄວິດ -19.


ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນສຳເລັດໃນການເຄື່ອນໄຫວວຽກງານໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ແລະ ບາງເອກະສານຍຸດທະສາດທີ່ສຳຄັນອື່ນໆ ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ກຳໄດ້ນະໂຍບາຍການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຂອງ ພັກ ແລະ ລັດຖະບານ ຂອງພວກເຮົາ.

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງ ໃຫ້ເອົາໃຈໃສ່ ແລະ ເພີ່ມທະວີຄວາມເປັນເຈົ້າການໃນການປະສານງານ ແລະ ຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ຕົນເອງຮັບຜິດຊອບ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນສະພາບຕົວຈິງ ຂອງການເຊື່ອມໂຍງ ແລະ ເຊື່ອມຈອດ ຂອງ ສປປ ລາວ ໃນປະຈຸບັນ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ