ກຽມຕົວຮັບໜາວອີກຄັ້ງ 18-21 ກຸມພານີ້ ອາກາດຈະໜາວເຢັນລົງ 1 ຫາ 3ອົງສາ

256

ອຸຕຸເຕືອນໃນໄລຍະວັນທີ 18 ຫາ 21 ກຸມພານີ້ ອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ, ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກຄາດຄະເນສະພາບອາກາດ ເລກທີ 0175/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 15 ກຸມພາ 2021 ຄາດຄະເນສະພາບອາກາດໃນໄລຍະວັນທີ 15 ຫາ 21 ກຸມພາ 2021 ວ່າ: ໃນໄລຍະວັນທີ 15 -17 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມ.

ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ ແລະ ອາກາດໜາວເຢັນ ຫາ ໜາວຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ; ສ່ວນຢູ່ແຂວງພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ.

ຈາກນັ້ນໃນໄລຍະວັນທີ 18 ຫາ 21 ກຸມພາ 2011 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກໃນແຂວງພາກເໜືອ.

ທັງນີ້, ໃນໄລຍະວັນທີ 18 ຫາ 21 ກຸມພາ 2021 ເຕືອນມວນອາກາດໜາວເຢັນຈາກປະເທດຈີນຈະ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່ ຈະເຮັດໃຫ້ອາກາດໜາວເຢັນລົງ 1 ຫາ 3 ອົງສາ ໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ, ສຳລັບຢູ່ບາງທ້ອງຖິ່ນແຂວງພາກເໜືອຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ອາກາດຈະໜາວເຢັນຫຼາຍ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ແລະ ມີຝົນຕົກ.