ສປປ ລາວ ມີຄູຝຶກລະດັບ C ລາຍເຊັນເພີ່ມອີກ 18 ຄົນ

158

ສປປ ລາວ ມີຄູຝຶກບານເຕະລະດັບ C ລາຍເຊັນເພີ່ມອີກ 18 ຄົນ ຫຼັງຈາກທີ່ເມື່ອທ້າຍອາທິດ ທີ່ຜ່ານມາ ໄດ້ສໍາເລັດການຝຶກອົບຮົມຄູຝຶກລະດັບ C ລາຍການ ( LFF “ C “ Coaching Certificate Course 2020 ) ທີ່ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ນະຄອນຫຼວງວຽງຈັນ.

ພິທີປິດຝຶກອົບຮົມດັ່ງກ່າວ ຈັດຂຶ້ນໃນວັນທີ 11 ກຸມພາ 2020 ທີ່ຫ້ອງປະຊຸມ ສຕລ ເຂົ້າຮ່ວມ ມີ ທ່ານ ຫວັນແກ້ວ ລາດຊະບຸດ ຄະນະບໍລິຫານງານ ສຕລ, ທັງເປັນຫົວຫນ້າອະນຸກຳມະການເຕັກນິກ ສຕລ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ ສຕລ ( ເປັນວິທະຍາກອນ ) ພ້ອມດ້ວຍພະນັກງານວິຊາກ່ຽວຂ້ອງ ແລະ ສຳມະນາກອນ ເຂົ້າຮ່ວມ.

ການຝຶກອົບຮົມແມ່ນໄດ້ຈັດຂຶ້ນເປັນ 2 ໄລຍະເວລາ ໃນລະຫວ່າງວັນທີ 10 – 14 ກຸມພາ 2020 ແລະ 19 – 23 ເມສາ 2020 ເຊິ່ງໄລຍະທີສອງ ບໍ່ສາມາດຈັດໄດ້ເນື່ອງຈາກພະຍາດໂຄວິດ-19 ມີການລະບາດ ຈຶ່ງໄດ້ເລື່ອນມາຈັດໃນລະຫວ່າງ ວັນທີ 12-16 ຕຸລາ 2020 ຈົນຫຼ້າສຸດໃນທ້າຍອາທິດທີ່ຜ່ານມາ ໄດ້ມີພິທີປະກາດຜົນການສອບເສັງ ຈາກສຳມະນາກອນເຂົ້າຮ່ວມທັງຫມົດ 20 ຄົນ ສາມາດສອບເສັງຜ່ານທັງຫມົດ 18 ຄົນ ( 2 ຄົນເສັງຄືນ ) ດັ່ງນີ້:

  1. ສອນວິໄລ ສີຫາວົງ ຈາກຊ້າງນ້ອຍ ເອັຟຊີ
  2. ສຸກສະຫວັນ ຈຸນລະເທພາ ຈາກປກສ ເອັຟຊີ
  3. ສິງທອງ ສີຍາວົງ
  4. ສາຍສະຫມອນ ເຜືອກຜາສຸກ ຈາກ ທຣີນີຕີ ເອັຟຊີ
  5. ແອວັນ ລໍຕະກຸນ ຈາກເອັສອີຊີ ຢູໄນເຕັດ

  1. ສຸດທະນີ ລຸນສິລ ຈາກເອັສອີຊີ ຢູໄນເຕັດ
    7.ໄຊຍາເພັດ ສົມແພງບຸບຜາ ຈາກເອັສຣາ ເອັຟຊີ
  2. ສຸນິກອນ ສຸພູສິດ ຈາກເອັສຣາ ເອັຟຊີ
  3. ຕຸລາຄຳ ສິດດາພອນ ຈາກແບລາວ ອາຄາເດມີ.
  4. ຄຳຫລ້າ ທຸມພາວັນ ຈາກກອງທັບ ເອັຟຊີ.

  1. ວິລັດ ຈັນທະວົງສາ ຈາກອີໂວ ຢູໄນເຕັດ.
  2. ນີ ນົນທະລິກາ ຈາກດີເຄ ເອັຟຊີ.
  3. ແກ້ວພະແສງ ສີປະເສີດ ຈາກ ພີເອັສ ເອັຟຊີ.
  4. ສຸກອຳພັນ ພົມມະລີວົງ ຈາກ ແຄນລາວ ຢູໄນເຕັດ.
  5. ວີໄລກອນ ວິມົນຄຳ ຈາກທີຊີເອັຟຊີ.

16.ມັງວື່ ວ່າເຊັ້ງ ຈາກໂຮງຮຽນໂລນບັບຟາໂລ ແຂວງຊຽງຂວາງ
17. ອ່ອນສີ ວັນນະເກດ ຈາກມາສເຕີ ເຊເວັ້ນ ເອັຟຊີ
18. Mr Steve Francon ຈາກໂຮງຮຽນຝຣັ່ງ ອອບເຟ້.
ສຳລັບແຜນການຈັດຝຶກອົບຮົມຄູຝຶກລະດັບ C ໃນປີ 2021 ແມ່ນຈະຈັດຂຶ້ນທັງໝົດ 4 ຄັ້ງ ຄື : ຄັ້ງທີ 1 ລະຫວ່າງວັນທີ 15-28 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ, ຄັ້ງທີ 2 ລະຫວ່າງວັນທີ 15-28 ມີນາ 2021 (ສະເພາະຜູ້ຍິງ) ທີ່ນະຄອນຫຼວງວຽງຈັນ, ຄັ້ງທີ 3 ລະຫວ່າງວັນທີ 1-14 ພຶດສະພາ 2021 ທີ່ນະຄອນຫຼວງວຽງຈັນ ແລະ ຄັ້ງທີ 4 ລະຫວ່າງວັນທີ 2-15 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ.