ບານເຕະທົ່ວປະເທດ ປະຈໍາປີ 2021 ມີແນ່ນອນ ຄາດ 28 ທີມຈາກທົ່ວປະເທດຮ່ວມຊີງໄຊ

169

ພາຍຫຼັງທີ່ ວົງການບານເຕະລາວກັບມາຄືຄັກ ແລະ ເປັນປະຫວັດສາດທີ່ມີແຟນບານເຂົ້າຊົມໃນສະໜາມກີລາແຫ່ງຊາດ ຫຼັກ 16 ເຕັມສະໜາມເມື່ອປີ 2020 ຈາກການຈັດແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ລະຫວ່າງວັນທີ 6-21 ພະຈິກ 2020 ເຊິ່ງມີທີມຊາຍ 18 ທີມ, ສ່ວນທີມຍິງມີ 8 ທີມ ແລະ ແນ່ນອນໃນປີ 2021 ສະຫະພັນບານເຕະແຫ່ງຊາດລາວ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຈັດການແຂ່ງຂັນບານເຕະລາຍການດັ່ງກ່າວ.

ຫຼ້າສຸດ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກ່າວໃນກອງປະຊຸມພັດທະນາບານເຕະທົ່ວປະເທດ ເມື່ອອາທິດທີ່ຜ່ານມາວ່າ: ໃນປີ 2020 ພວກເຮົາຈັດການແຂ່ງຂັນບານເຕະທົ່ວປະເທດ ກໍໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໃນປີ 2021 ພວກເຮົາກໍຈະສືບຕໍ່ ເຊິ່ງພວກເຮົາຄາດຄະເນທີມຊາຍຈະເຂົ້າຮ່ວມແຂ່ງຂັນ 18 ທີມ ( 17 ແຂວງ ແລະ 1 ນະຄອນຫຼວງ ), ສ່ວນທີມຍິງຄາດວ່າຈະມີທີມເຂົ້າຮ່ວມ 10 ທີມ ໂດຍພວກເຮົາຈະສາມາດຈັດໄດ້ຕາມກໍານົດເວລາທີ່ວາງໄວໃນຈໍານວນ 28 ທີມເຂົ້າຮ່ວມທີ່ສູນກາງກໍຄືນະຄອນຫຼວງວຽງຈັນ ໄດ້.

ທ່ານ ກ່າວອີກວ່າ: ແນ່ນອນນັກກີລາທີ່ສາມາດເຂົ້າຮ່ວມການແຂ່ງຂັນບານເຕະລາຍການດັ່ງກ່າວໄດ້ ກໍຕ້ອງແມ່ນນັກກີລາທີ່ໄດ້ລົງທະບຽນເຂົ້າຮ່ວມການແຂ່ງຂັນພາຍໃນແຂວງ ທີ່ທາງສະຫະພັນບານເຕະແຫ່ງຊາດລາວ ມອບເງິນ 80 ລ້ານກີບໃຫ້ຈັດການບານເຕະທັງຍິງ-ຊາຍ ໃນແຕ່ລະແຂວງຢ່າງໜ້ອຍ 4 ລາຍການໃນປີນີ້ ໂດຍຈະເລີ່ມເປີດໃຫ້ລົງທະບຽນນັກກີລາເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ນັບແຕ່ວັນທີ 22 ກັນຍາ – 22 ຕຸລາ 2021 ກ່ອນຈະເປີດສາກການແຂ່ງຂັນຢ່າງເປັນທາງການໃນວັນທີ 6 ພະຈິກ 2021, ສ່ວນກົດລະບຽບການແຂ່ງຂັນແມ່ນຈະຈັດແບບໃນປີ 2020.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຖ້າຫາກວ່າມີທີມເຂົ້າຮ່ວມການແຂ່ງຂັນບໍ່ເກີນ 28 ທີມກໍຈະຈັດຢູ່ນະຄອນຫຼວງວຽງຈັນ ທັງໝົດ ໂດຍທາງ ສະຫະພັນບານເຕະແຫ່ງຊາດລາວ ຈະຮັບຜິດຊອບການເດີນທາງ, ສະຖານທີ່ຝຶກຊ້ອມ ແລະ ທີ່ພັກ, ສ່ວນງົບປະມານທາງສະຫະພັນບານເຕະແຫ່ງຊາດລາວ ຈະມອບທຶນພັດທະນາບານເຕະໃຫ້ກັບ ສະຫະພັນບານເຕະແຕ່ລະແຂວງ ໃນປີ 2021 ຈໍານວນທັງໝົດ 121.500.000 ກີບຕໍ່ສະຫະພັນ ເຊິ່ງລວມທັງໝົດ 18 ສະຫະພັນຖືກຢູ່ 2.187.000.000 ກີບ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ