ຫາລືໃສ່ຮ່າງສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ ເພື່ອຄວາມເຂັ້ມແຂງແລະຍືນຍົງຂອງອຸດສາຫະກຳໄມ້

360

ກອງປະຊຸມຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ຄັ້ງທີ 3 ຈັດຂຶ້ນວັນທີ 12 ກຸມພາ 2021 ທີ່ກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວຈຳກັດ ເຂດອຸດສາຫະກຳນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ມີຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມ.

.


ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ລັດຖະບານເຫັນຄວາມສໍາຄັນໃນການຜະລິດ ແລະ ປຸງແຕ່ງອຸດສາຫະກຳໄມ້ເພື່ອຫຼຸດຜ່ອນການສົ່ງອອກໄມ້ບໍ່ທັນແປຮູບ ຫັນມາແປຮູບແລ້ວຈໍາໜ່າຍພາຍໃນ ແລະ ສົ່ງອອກ. ກອງປະຊຸມຄັ້ງນີ້ເພື່ອມາຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງການສ້າງຕັ້ງໂຮງງານຕົວແບບແລະເຄືອຂ່າຍການຜະລິດປຸງແຕ່ງໄມ້ສົກປີ 2017-2020 ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ກຽມຄວາມພ້ອມໃນການດໍາເນີນການຜະລິດ ເພື່ອໃຫ້ໄດ້ໂຮງງານທີ່ໄດ້ມາດຕະຖານ ນໍາໃຊ້ໄມ້ທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ໄມ້ປູກ ເຂົ້າໃນການຜະລິດເປັນຜະລິດຕະພັນສໍາເລັດຮູບເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ.


ທ່ານກ່າວວ່າ: ການສ້າງຕັ້ງໂຮງງານຕົວແບບບໍ່ໝາຍສະເພາະແຕ່ຕົວແບບໃນດ້ານການຜະລິດເທົ່ານັ້ນ ຕ້ອງສ້າງໃຫ້ໄດ້ຕົວແບບໃນການດໍາເນີນທຸລະກິດໃຫ້ໄປຕາມລະບຽບກົດໝາຍ, ນອກຈາກນັ້ນ ກໍແມ່ນວຽກງານການຈັດຕັ້ງຄຸ້ມຄອງ ເຮົາຢາກສົ່ງເສີມຍີ່ຫໍ້ຂອງລາວ, ສໍາຄັນແມ່ນ ຈະເຮັດແນວໃດ ໃຫ້ນໍາໃຊ້ໄມ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນເບິ່ງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ, ສໍາຄັນທີ່ສຸດແມ່ນການສ້າງເຄືຶອຂ່າຍເພື່ອສ້າງຄວາມຢຶນຍົງ ໂດຍສະເພາະແມ່ນການແບ່ງງານ ການສະໜັບສະໜູນເຊິ່ງກັນ ແລະ ກັນ , ແບ່ງປັນວັດຖຸດິບນໍາກັນ.


ທ່ານ ທອງສະຫວັນ ສຸລິຍະມາດ ປະທານກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວຈໍາກັດກ່າວວ່າ: ໂຄງການສ້າງຕັ້ງໂຮງງານຕົວແບບກໍ ເພື່ອຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ, ເພື່ອແກ້ໄຂຜົນກະທົບຈາກການຫ້າມສົ່ງອອກໄມ້ທ່ອນ, ໄມ້ເລື່ອຍແປຮູບ , ໄມ້ເຄິ່ງສໍາເລັດຮູບ, ປະກອບສ່ວນເຂົ້າໃນການຊຸກຍູ້ການຜະລິດພາຍໃນໃຫ້ເຕີບໃຫຍ່ຂະຫຍາຍຕົວ; ສ້າງໂຮງງານໃຫ້ກາຍເປັນສູນຝືກອົບຮົມ ແລະ ພັດທະນາອຸດສາຫະກຳໄມ້ ໃຫ້ກາຍເປັນບ່ອນຝືກງານ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີໃນການປຸງແຕ່ງໄມ້ ຖ່າຍທອດພາກປະຕິບັດຕົວຈິງ ທີ່ດີເລີດ ການເຄື່ອນໄຫວດໍາເນີນທຸລະກິດການຜະລິດ ແລະ ການຕະຫຼາດ ສົ່ງເສີມການຈັດຕັ້ງເຄືອຂ່າຍ ການຜະລິດອຸດສາຫະກຳໄມ້ ທີ່ຫຼາກຫຼາຍຜະລິດຕະພັນໄມ້.


ທ່ານ ກ່າວວ່າ: ຕະຫຼາດພາຍໃນແມ່ນບັນດາຮ້ານຄ້າໃນທົ່ວປະເທດ, ສ່ວນຕະຫຼາດຕ່າງປະເທດ ແມ່ນເນັ້ນ ປະເທດໄທ, ສ.ເກົາຫຼີ, ຈີນ, ຢີ່ປຸ່ນ, ຣັດເຊຍ, ເອີລົບ ແລະ ອື່ນໆ.


ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນເພື່ອເຮັດໃຫ້ຮ່າງ ແຜນດໍາເນີນງານໂຄງການສ້າງຕັ້ງ ໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ສົກປີ 2021-2023 ມີຄວາມສົມບູນຍິ່ງຂຶ້ນ ພ້ອມທັງໄດ້ຢ້ຽມຊົມການຜະລິດຕົວຈິງຂອງໂຮງງານ.