ຮອງເລຂາພັກແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍຊາຍແດນ 575

476

ວັນທີ 11 ກຸມພາ 2021, ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງ ສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງ ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ-ອວຍ ພອນ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງຮ້ອຍຊາຍແດນ 575.ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949 -20 ມັງກອນ 2021).

ໂດຍມີ ສະຫາຍ ປະດິດ ວັນນະລັດສະໝີ ປະທານຄະນະກວດກາພັກ-ລັດແຂວງ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ, ມີຫົວໜ້າ ພະແນກວິທະຍາສາດ ແລະເຕັກໂນໂລຊີ, ວິທະຍາໄລ ວິທະຍາສາດສຸຂະພາບ ແຂວງ, ວິທະຍາໄລ ເຕັກນິກວິຊາຊີບ, ຜູ້ປະກອບການ ນັກທູລະກິດ ຄະນະສະພາການຄ້າ ແລະອຸດສະຫະກຳ ແຂວງຈຳປາສັກ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ສະຫາຍ ຄູສອນ ອິດສະຫຼະພາບ ຫົວໜ້າກອງຮ້ອຍ 575 ໄດ້ລາຍງານສະພາບລວມຂອງກົມກອງ ໃຫ້ຊາບວ່າ: ກອງຮ້ອຍຊາຍແດນ 575 ເປັນກອງຮ້ອຍເອກະລາດ ມີສອງໜ້າທີ່ຫຼັກຄື ປົກປັກຮັກສາ ສະກັດກັ້ນກຸ່ມຄົນບໍ່ດີ ບຸກລຸກເຂດປ່າສະຫງວນ ແຫ່ງຊາດດົງເຊປຽນ, ດົງຫົວສາວ ແລະປ້ອງກັນຕາມບໍລິເວນຊາຍແດນ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂື້ນ, ສະກັດກັ້ນການລັກລອບຂ້າມແດນແບບຜິດກົດໝາຍ, ປົກປັກຮັກສາຫຼັກໝາຍຊາຍແດນ ເປັນຫຼັກ ແລະເຫັນໄດ້ວ່າ ຜ່ານມາ ມີຄວາມສະຫງົບໂດຍພື້ນຖານ ແລະກົມກອງຖືເອົາວຽກງານສຶກສາອົບຮົມແນວຄິດການເມືອງໃຫ້ ນາຍ ແລະ ພົນທະຫານເປັນກົກ ເຊື່ອມຊຶມກຳແໜ້ນ ຮັບປະກັນເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້.


ໂອກາດດັ່ງກ່າວ, ສະຫາຍ ມະໄລທອງ ກົມມະສິດ ໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານ ການປະຕິບັດໜ້າທີ່ອັນໜັກໜ່ວງ ຂອງ ກົມກອງ, ພ້ອມທັງອວຍພອນໄຊອັນປະ ເສີດແກ່ນາຍ ແລະ ພົນທະຫານ ກອງຮ້ອຍ 575 ຈົ່ງມີສຸຂະພາບແຮງແຮງມີພາລະນາໄມສົມບູນສືບຕໍ່ເຮັດ ສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ ແລະ ເພື່ອສືບຕໍ່ເຮັດໃຫ້ສຳເລັດໜ້າທີ່ອັນມີກຽດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງຈຳປາສັກ. ພ້ອມນີ້, ກໍ່ໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ຈົ່ງພ້ອມກັນ ສືບຕໍ່ຮັກສາ 3 ທາດແທ້ ແລະ 6 ມູນເຊື້ອ ອັນສະຫງ່າ ອົງອາດຂອງ ກອງທັບ ປະຊາຊົນລາວ, ເສີມຂະຫຍາຍທາດແທ້ ແລະມູນເຊື້ອກອງທັບປະຊາຊົນລາວ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພ້ອມກັນຢຶດໝັ້ນເສັ້ນທາງ, ຈຸດໝາຍ ແລະອຸດົມການສັງຄົມນິຍົມ ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ ໃນການສ້າງສາພັດທະນາປະເທດຊາດ.

ການມາຢ້ຽມຢາມຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ໃນແຕ່ລະຈຸດປະຈຳການ ເທື່ອນີ້ , ໄດ້ນຳເອົາ ເຂົ້າສານ, ເຄື່ອງບໍລິໂພກ-ອຸປະໂພກ ທີ່ຈຳເປັນ ຈຳນວນໜຶ່ງ ທີ່ໄດ້ຮັບ ການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກຸ່ມນັກທູລະກິດ ແຂວງຈຳປາສັກ, ຂະແໜງການ ພາກວິສາຫະກິດ ແລະ ພະແນກການ-ກົມກອງອ້ອມຂ້າງແຂວງຈຳປາສັກ ກໍ່ຄືທົ່ວສັງຄົມ, ທັງນີ້ ກໍ່ເພື່ອສະແດງເຖິງຄວາມສາມັກຄີຮັກແພງອັນອົບອຸ່ນ, ຄວາມເປັນຫ່ວງເປັນໄຍ ຕໍ່ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ແລະຮູ້ບຸນຄູນ ໄປຍັງບັນດາພະນັກງານ, ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ທີ່ເສຍສະຫລະ ເພື່ອປົກປ້ອງຄວາມເປັນເອກະລາດຂອງຊາດ, ປົກປ້ອງລະບອບປະຊາທິປະໄຕປະຊາຊົນ ແລະຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ.

ຂ່າວ: ທັດຊະນະ.