11 ກຸມພາ ມີຜູ້ເດີນທາງເຂົ້າລາວ 1 ພັນກວ່າຄົນ ຮຽກຮ້ອງທຸກຄົນເຂົ້າສູນຈໍາກັດບໍລິເວນໃຫ້ຄົບ 14ວັນ

249

ຄະນະສະເພາະກິດຖະແຫຼງ ວັນທີ 11 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໂຄວີດ-19, ທັ້ງນີ້ ມີຜູ້ເດີນທາງເຂົ້າ ສປປ ລາວ ໂດຍຜ່ານຈຸດຜ່ານແດນຕ່າງໆ ຈໍານວນ 1 ພັນກວ່າຄົນ. ແນວໃດກໍ່ຕາມ ຄະນະສະເພາະກິດ ຍັງຮຽກຮ້ອງ ພ້ອມຂໍການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ຮ່ວມກັນປະຕິບັດມາດຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດຢ່າງ ຖືກຕ້ອງ ແລະ ເຂັ້ມງວດ ແລະ ຄົບຖ້ວນ.

ໃນວັນທີ 12 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ວ່າ: ນັບແຕ່ເລີ້ມມີການລະບາດຂອງ ພະຍາດ ໂຄວິດ-19 ມາຮອດປັດຈຸບັນ ສປປລາວ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 45 ຄົນ; ບໍ່ມີຜູ້ເສຍຊີວິດ ແລະ ໃນຈຳນວນຜູ້ຕິດເຊື້ອ ໄດ້ຮັບການປີ່ນປົວຫາຍດີ 41 ຄົນ; ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 04 ຄົນ ສຸຂະພາບ ຮ່າງກາຍ ແລະ ຈິດໃຈຂອງທັງ 4 ຄົນ ແມ່ນ ສົມບຸນແຂງແຮງດີ 2 ຄົນ ຕິດຕາມປິ່ນປົວ ທີ່ແຂວງຈຳປາສັກ, 1 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫຼວງນໍ້າທາ ແລະ ອີກ 1 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫຼວງວຽຈັນ.

ທັ້ງນີ້, ໃນວັນທີ 11 ກຸມພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.736ຄົນ, ເຊິ່ງທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຊອກຫາເຊື້ອໂຄວີດ-19 ເຊິ່ງຜົນກວດວິເຄາະໃນມື້ວານນີ້ ວັນທີ 11 ກຸມພາ ແມ່ນໃຫ້ຜົນ (-) ທັງໝົດ, ບໍ່ພົບຜູ້ຕິດເຊື້ອໃໝ່; ເລີ່ມແຕ່ ປີ2020 ຮອດປະຈຸບັນ ສປປລາວ ເກັບຕົວຢ່າງກວດຊອກຫາເຊື້ອ ໂຄວິດ-19 ທັງໝົດ 107.425 ພົບເຊື້ອ 45 ຄົນ.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ຕາມສະພາບສະຖານະການປະຈຸບັນ ເຫັນໄດ້ວ່າປະເທດເຮົາແມ່ນມີຄວາມສ່ຽງທີ່ຈະມີການນຳເຂົ້າພະຍາດໂຄວີດ-19 ເຂົ້າມາຈາກປະເທດໃກ້ຄຽງທີ່ກຳລັງມີສະພາບການລະບາດຂອງພະຍາດພາຍໃນປະເທດ; ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ກໍຄືຄະນະສະເພາະກິດ ທຸກຂັ້ນ ກໍ່ໄດ້ເອົາໃຈ ໃສ່ ຕິດຕາມເຝົ້າລະວັງສະພາບການຢ່າງໃກ້ຊີດ ແລະ ວາງມາດຕະການເພື່ອສະກັດກັ້ນ ແລະ ແກ້ໄຂໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບການລະບາດຂອງພະຍາດໃນແຕ່ລະໄລຍະ.

ໂດຍໃນສະພາບປະຈຸບັນ ກໍ່ແມ່ນຈັດຕັ້ງປະຕິບັດມາດຕະການທີ່ວາງອອກຕາມແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 111/ຫສນຍ,ລົງວັນທີ 1 ກຸມພາ 2021, ໂດຍການເອົາໃຈໃສ່ ແລະປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ເດີນທາງຜ່ານ ຈຸດຜ່ານແດນ ຊາຍແດນ ເຊິ່ງແມ່ນຈຸດທຳອິດທີ່ຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເດີນທາງຈາກຕາງປະເທດຜ່ານເຂົ້າມາປະເທດເຮົາ ພ້ອມດຽວກັນກໍ່ປະຕີບັດມາດຕະການເຂັ້ມງວດ ແລະ ເຄັ່ງຄັດ ຢູ່ຕາມສະຖານທີ່ຈຳກັດບໍລິເວນແຕ່ຂັ້ນສູນກາງ ຮອດ ຂັ້ນແຂວງ ທຸກຄົນຕ້ອງໄດ້ຈຳກັດບໍລິເວນຄົບຕາມກຳນົດຈື່ງສາມາດ ອອກໄປເຄື່ອນໄຫວໃນສັງຄົມຕາມປົກກະຕີ.

ແນວໃດກໍ່ຕາມ ຂໍການຮ່ວມມືມາຍັງບັນດາພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມຈົ່ງໄດ້ເຂົ້າໃຈ ແລະ ມີຄວາມສາມັກຄີເປັນຈິດນື່ງໃຈດຽວ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດຢ່າງ ຖືກຕ້ອງ ແລະ ເຂັ້ມງວດ ແລະ ຄົບຖ້ວນ ເພື່ອເຮັດແນວໃດ ຮັບປະກັນໃຫ້ທຸກຄົນທີ່ເດີນທາງເຂົ້າມາ ສປປລາວ ຕ້ອງໄດ້ຮັບການເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດ ໂຄວີດ-19 ແລະ ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຕາມມາດຕະການກຳນົດໄວ້.

ຮຽກຮ້ອງທຸກຄົນໃນສັງຄົມ ຈົ່ງໄດ້ພ້ອມໃຈກັນຍົກສູງສະຕິ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ມາດຕະການປ້ອງ ກັນການຕິດເຊື້ອ ຢ່າງເຄັ່ງຄັດ ແລະ ປະຕິບັດໃຫ້ເປັນຄວາມຊີນເຄີຍໃນການດຳລົງ ຊີວິດປະຈຳວັນຂອງບັນດາທ່ານ ເປັນຕົ້ນ ແມ່ນ: ການໃສ່ຜ້າອັດ ປາກ-ດັງໃນເວລາອອກໄປນອກບ້ານ, ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື ຫຼື ເຫຼົ້າ 70, ຮັກສາໄລຍະະຫ່າງໃນສັງຄົມຫ່າງກັນ ຢ່າງໜ້ອຍໄລຍະ 1 ແມັດຂຶ້ນໄປ, ຖ້າບໍ່ຈຳເປັນ ແມ່ນຫຼີກລ່ຽງການໄປຢູ່ໃນສະຖານທີ່ມີຄົນແອອັດຫຼາຍ.

ທັ້ງນີ້, ໃນອາທິດນີ້ແມ່ນເປັນໄລຍະງານບຸນປະເພນີປີໃໝ່ຂອງຊາວຈີນ ແລະ ຊາວຫວຽດ ນາມ ທີ່ດຳລົງຊີວິດໃນ ສປປລາວເຮົາກໍອາດຈະມີ ການຈັດງານສະຫຼອງປີ ໃໝ່ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດສືບທອດກັນມາ ກໍຂໍໃຫ້ຈັດແບບກະທັດຮັດ ບົນເງື່ອນໄຂຈິດໃຈ ປະຢັດມັດທະຍັດ ທັງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ ພະຍາດໂຄວິດ-19 ຂອງຄະນະສະເພາະກິດວາງອອກ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 32/ຫສນຍ, ລົງວັນທີ 12 ມັງກອນ 2021.