ຜູ້ລົງສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ສືບຕໍ່ເຄື່ອນໄຫວຢູ່ ເມືອງຄູນຄຳ

359

ໃນວັນທີ 11 ກຸມພາ 2021 ບັນດາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ່ IX ປະຈໍາເຂດເລືອກຕັ້ງທີ່ 12 ແຂວງຄຳມ່ວນ ສືບຕໍ່ເຄື່ອນໄຫວພົບປະ ແລະ ແນະນຳຕົວຢູ່ເມືອງຄູນຄຳ, ໂດຍມີ ທ່ານ ຄຳໜັ້ນ ສໍປະເສີດ ເຈົ້າເມືອງຄູນຄໍາ ພ້ອມດ້ວຍພະນັກງານການນຳຫລັກແຫລ່ງ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງຄູນຄໍາເຂົ້າຮ່ວມຮັບຟັງ.


ເມືອງຄູນຄຳປະກອບມີ 22 ບ້ານ, ມີພົນລະເມືອງ 25.014 ຄົນ, ຍິງ 12.386 ຄົນ, ມີໜ່ວຍປ່ອນບັດ 24 ຈຸດ, ຜູ້ມີສິດປ່ອນບັດຕົວຈິງທັງໝົດ 13.652 ຄົນ, ຍິງ 6.934 ຄົນ. ບັນດາຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ່ IX ໄດ້ເຄື່ອນໄຫວສະເໜີຕົວໃນເມືອງດັ່ງກ່າວມີ 3 ຈຸດຄື : ຕອນເຊົ້າຈັດເປັນຈຸດດຽວຢູ່ສະໂມສອນຂອງເມືອງ, ຕອນບ່າຍຈັດເປັນ 2 ຈຸຄື: ຢູ່ບ້ານກອງລໍ ແລະ ບ້ານນາກາງ


ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ່ 12 ປະກອບມີທັງໝົດ 12 ທ່ານ, ຍິງ 2 ທ່ານ :
ນໍ້າເບີ 01 : ທ່ານ ຄໍາໃບ ດຳລັດ ຮອງປະທານສູນການແນວລາວສ້າງຊາດ.
ນໍ້າເບີ 02 : ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ.
ນໍ້າເບີ 03 : ທ່ານ ປ.ອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.


ນໍ້າເບີ 04 : ທ່ານ ນາງ ບັງອອນ ໄຊຍະສິດ ຮັກສາການຫົວໜ້າຄະນະຈັດຕັ້ງແຂວງ.
ນໍ້າເບີ 05 : ທ່ານ ສຈ.ປອ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບກະຊວງສາທາລະນະສຸກ.


ນໍ້າເບີ 06 : ທ່ານ ໂຕເຊິນ ອຸດທັດສີ ປະທານສະຫະພັນກຳມະບານແຂວງ.
ນໍ້າເບີ 07 : ທ່ານ ທະນົງສິນ ກັນລະຍາ ຄະນະກຳມາທິການ ການສົ່ງເສີມການຮ່ວມມືທຸລະກິດ ລາວ – ຈີນປະຈໍາ ສຄອຊ.


ນໍ້າເບີ 08 : ທ່ານ ນາງ ອາລີ ບົວຈູມ ປະທານສະພັນແມ່ຍິງແຂວງຄຳມ່ວນ.
ນໍ້າເບີ 09 : ທ່ານ ສະເຫລີມສັກ ແກ້ວຈັນທະລາ ຮອງປະທານຄະນະກວດກາພັກ – ລັດ ແຂວງຄໍາມ່ວນ.
ນໍ້າເບີ 10 : ທ່ານ ພັທ. ສຸກກະສັນ ພຸດທະວົງ ສະມາຊິກສະພາປະຊາຊົນແຂວງຄຳມ່ວນ, ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ.
ນໍ້າເບີ 11 : ທ່ານ ສຸກກະເສີມ ແສນສົມບັດ ຮອງຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວແຂວງຄຳມ່ວນ.
ນໍ້າເບີ 12 : ທ່ານ ພຸດທະວົງ ພົນອາສາ ຮອງປະທານແນວລາວສ້າງຊາດແຂວງຄໍາມ່ວນ.

.


ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ ສສຊ ຈຳນວນ 12 ທ່ານນີ້ແມ່ນຈະໄດ້ເລືອກເອົາ 9 ທ່ານ. ຕາມແຜນໃນວັນທີ 12 ກຸມພາ ແມ່ນຈະໄດ້ສືບຕໍ່ເຄື່ອນໄຫວສະເໜີຕົວຢູ່ທີ່ເມືອງນາກາຍ.