ມອບ-ຮັບໜ້າທີ່ເຈົ້າເມືອງໜອງບົກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

479

ວັນທີ 10 ກຸມພາ 2021 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າເມືອງໜອງບົກຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງແຂວງຄໍາມ່ວນ, ມີບັນດາພະແນກການຂັ້ນແຂວງ, ບັນດາການນຳຂັ້ນເມືອງ ຕະຫຼອດເຖິງອຳນາດການປົກຄອງບ້ານໃນທົ່ວເມືອງເຂົ້າຮ່ວມ.


ທ່ານ ສົມໃຈ ພານີຈັນ ເຈົ້າເມືອງໜອງບົກ ຜູ້ເກົ່າໄດ້ຂຶ້ນກ່າວມອບໜ້າທີ່ ພ້ອມທັງລາຍງານໂດຍຫຍໍ້ການນໍາພາ-ຊີ້ນໍາວຽກງານ ຕະຫຼອດໄລຍະທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍໃຫ້ດຳລົງຕຳແໜ່ງເປັນເຈົ້າເມືອງ ຜ່ານມາໃນແຕ່ລະດ້ານເປັນຕົ້ນ: ດ້ານການເມືອງແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານການລົງທຶນ, ທາງດ້ານການເງິນ ແລະ ງົບປະມານ ແລະ ດ້ານອື່ນໆແມ່ນເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ. ຈາກນັ້ນໃນພິທີກໍ່ໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງທ່ານ ສົມໃຈ ພານີຈັນ ເຈົ້າເມືອງໜອງບົກ ຜູ້ເກົ່າ ກັບທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງໜອງບົກ ຜູ້ໃໝ່.


ໃນໂອກາດດຽວກັນ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງບັນດາພະນັກ ງານການນຳພາຍໃນເມືອງໜອງບົກ ຈົ່ງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຂອງທ່ານເຈົ້າເມືອງຜູ້ໃໝ່ ພ້ອມນັ້ນຄະນະນຳທຸກຂັ້ນຕ້ອງມີຄວາມເປັນເອກກະພາບພ້ອມພາກັນແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມໂດຍສະເພາະແມ່ນບັນຫາຢາເສບຕິດ ແລະ ສືບຕໍ່ປຸກລະດົມຂະບວນການຮັກຊາດພັດທະນາ, ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ພ້ອມທັງສືບຕໍ່ເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19. ສ່ວນທ່ານເຈົ້າເມືອງທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ນຳພາຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້ ເພື່ອນຳພາເມືອງໜອງບົກ ໃຫ້ມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.

ໃນວັນດຽວກັນນັ້ນທ່ານ ວັນໄຊ ພອງສະຫວັນ ພ້ອມຄະນະຍັງໄດ້ລົງໄປຢ້ຽມຢາມການຜະລິດຂອງພໍ່ແມ່ປະຊາຊົນບ້ານດອນປາແດກຕື່ມອີກ.