ແນ່ນອນແລ້ວ ລາວລີກ 1 ລະດູການ 2021 ມີ 6 ທີມຮ່ວມຊີງໄຊແຂ່ງ 3 ຮອບ

205

ເພຈ໌ບຸກທາງການຂອງ ລາວພຣີເມຍລີກ ປະກາດຢ່າງເປັນທາງການວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2021 ມີ ທັງຫມົດ 6 ສະໂມສອນ ເຂົ້າຮ່ວມປະກອບມີ :
-ສະໂມສອນ ລາວໂຕໂຢຕ້າ ເອັຟຊີ,
-ສະໂມສອນ ປກສ ເອັຟຊີ,
-ສະໂມສອນ ຊ້າງນ້ອຍ ເອັຟຊີ,

-ສະໂມສອນ ເອສະຣາ ເອັຟຊີ,
-ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ
-ສະໂມສອນ ກອງທັບ ເອັຟຊີ (ເລຶ່ອນຂຶ້ນມາຈາກ ແຊ້ມ ລິກ 2 , 2020)

ການແຂ່ງຂັນເຊິ່ງແມ່ນຈະເປີດສາກໃນວັນທີ 06 ມີນາ 2021 ຮູບແບບການແຂ່ງຂັນ ແມ່ນຈະແຂ່ງແບບ 3 ຮອບຄື: ຮອບຂາໄປ, ຮອບຂາກັບ ແລະ ຮອບ 3.
ສຳລັບລາງວັນ:
– ອັນດັບ 1 ໄດ້ຮັບເງິນລາງວັນ 300,000,000 ກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ,
– ອັນດັບ 2 ໄດ້ຮັບເງິນລາງວັນ 150.000.000 ກີບ,
– ອັນດັບ 3 ໄດ້ຮັບເງິນລາງວັນ 80.000.000 ກີບ,

  • ອັນດັບ 4 ໄດ້ຮັບເງິນລາງວັນ 40.000.000 ກີບ,
  • ອັນດັບ5 ໄດ້ຮັບເງິນລາງວັນ 30.000.000 ກີບ
    ລວມເງິນລາງວັນການແຂ່ງຂັນ ທັງຫມົດ 1 ຕື້ກວ່າກີບ
    ນອກຈາກນັ້ນຍັງມີລາງວັນອື່ນໆອີກເຊັ່ນ :
  • ນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ,

  • ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ,
  • ຄູຝືກດີເດັ່ນໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ
  • ນັກກິລາດີເດັ່ນປະຈໍາການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ,
    ທີມທີ່ ເຂົ້າຮ່ວມຈະໄດ້ຮັບເງິນອຸດຫນູນເປັນຈໍານວນ 50.000.000 ກີບ,