ຟລິກ ພູມໃຈນັກເຕະ ບາເຢິນ ມິວນິກ ເອົາຊະນະ ອັລ ອາລີ ຜ່ານເຂົ້າຊີງແຊັມສະໂມສອນໂລກ

81

ຮັນຊີ ຟລິກ ຜູ້ຈັດການທີມຂອງ ບາເຢິນ ມິວນິກ ກ່າວພູມໃຈ ແລະ ພໍໃຈກັບຜົນງານຂອງລູກທີມເປັນທີ່ສຸດ ຫຼັງເອົາຊະນະ ອັລ ອາລີ ສະໂມສອນຈາກປະເທດເອຢິບ 2-0 ໃນການແຂ່ງຂັນ ຟີຟາ ຄລັບ ເວິລ ຄັບ 2020 ( ຊີງແຊັມສະໂມສອນໂລກ ) ຮອບຮອງຊະນະເລີດ ທີ່ສະໜາມອາເໝັດ ບິນ ອາລີ ສະເຕດ້ຽມ ເມືອງອັລຣາຍຢານ ປະເທດກາຕ້າ ເມື່ອວັນຈັນທີ 8 ກຸມພາ 2021.

ນັດດັ່ງກ່າວ ບາເຢິນ ມິວນິກ ໄດ້ 2 ປະຕູຈາກ ໂຣເບິດ ເລວານດອຟສະກີ ກອງໜ້າຊາວໂປໂລຍ ໃນນາທີໆ 17 ກັບ 86 ເຮັດໃຫ້ ບາເຢິນ ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ຕິເກຣດ ສະໂມສອນຈາກແມັກຊິກ ທີ່ເປັນແຊັມໂຊນຄອນຄາເຄຟ ໃນວັນທີ 11 ກຸມພາ 2021 ທີ່ສະໜາມເອດູເຄຊັນ ຊິຕີ້ ສະເຕດ້ຽມ.

ຟລິກ ກ່າວວ່າ: ພວກເຮົາຈໍາເປັນຕ້ອງໃຊ້ເວລາພໍສົມຄວນໃນການເຂົ້າສູ່ການແຂ່ງຂັນ ແລະ ພໍພວກເຮົາເຮັດໄດ້, ຂ້ອຍຄິດວ່າພວກເຮົາຫຼິ້ນໄດ້ເໜືອກວ່າຄູ່ແຂ່ງຊັດເຈນ ແລະ ສົມຄວນແລ້ວທີ່ຈະໄດ້ປະຕູທີ 2, ສ່ວນເກມສວນກັບພວກເຮົາກໍເຮັດໄດ້ດີ ໂດຍລວມຂ້ອຍພໍໃຈຫຼາຍກັບຜົນງານຂອງທີມ.